ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ
ຖານທີ່ໝັ້ນຂອງການປະຕິວັດລາວໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

   ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 30 ພະຈິກ 2018 ນີ້, ທີ່ສະ
ໜາມຫຼວງເມືອງວຽງໄຊ ແຂວງຫົວພັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ
ສປປ ລາວ, ສະຫາຍ ພັນຄຳ ວິພາວັນ ຮອງປະທານປະເທດ, ຫົວໜ້າຄະນະຮັບຜິດຊອບການກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການ
ປະຕິວັດລາວ, ມີບັນດາສະຫາຍກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ນັກປະຕິວັດ
ອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຄຶກຄື້ນ.


ທ່ານ ບຸນຍັງ ວໍລະຈິດ ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ

   ພິທີເລີ່ມຕົ້ນຂຶ້ນດ້ວຍການເດີນສວນສະໜາມຂອງບັນດາກ້ອນກຳລັງຈໍານວນ 22 ກ້ອນ ເຊິ່ງເລີ່ມດ້ວຍກ້ອນກຳລັງທຸງຊາດ-ທຸງພັກ, ກາໝາຍເມືອງວຽງໄຊ, ນາງ
ສາວ 9 ຊົນເຜົ່າ, ນັກຮົບເກົ່າ, ກ້ອງກຳລັງ ປກຊ, ປກສ, ແນວລາວສ້າງຊາດ, ກຳມະບານ, ແມ່ຍິງບັນດາເຜົ່າ, ຊາວໝຸ່ມປະຊາຊົນປະຕິວັດລາວ, ເຍົາວະຊົນທັນວາ, ເມືອງ
ກວັນ, ເມືອງສົບເບົາ, ເມືອງຊ່ອນ, ເມືອງຊຽງຄໍ້, ເມືອງຊໍາໃຕ້, ເມືອງຊໍາເໜືອ, ເມືອງຫົວເມືອງ, ເມືອງແອດ, ເມືອງຮ້ຽມ ແລະ ເມືອງວຽງໄຊ.

     ໃນງານທີ່ມີຄວາມໝາຍຄວາມສຳຄັນ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ, ນາຍ ແລະ ພົນທະຫານ, ນາຍ ແລະ
ພົນຕຳຫຼວດພ້ອມດ້ວຍພະນັກງານລັດຖະກອນທຸກທົ່ວໜ້າ ໃນນາມອຳນາດການປົກຄອງແຂວງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ກໍຄືປະຊາຊົນບັນດາ
ເຜົ່າເມືອງວຽງໄຊ ໄດ້ກ່າວຕ້ອນຮັບບັນດາແຂກທີ່ເຂົ້າຮ່ວມໃນງານສເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໜັ້ນຂອງການປະຕະວັດລາວ ຄົບຮອບ 50 ປີຢ່າງອົບ
ອຸ່ນ.

     ໃນໂອກາດດັ່ງກ່າວ ທ່ານ ພັນຄໍາ ວິພາວັນ ໄດ້ລາຍງານກ່ຽວກັບຄວາມພ້ອມການກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິ
ວັດລາວ ຄົບຄອບ 50 ປີ, ເຊິ່ງສະຫາຍໄດ້ສະເໜີປະຫວັດແຫ່ງການກຳເນີດ ແລະ ຄວາມເປັນມາຂອງເມືອງວຽງໄຊ ແມ່ນຕິດພັນສະນິດກັບມູນເຊື້ອອັນສະງ່າງາມຂອງຊາດ
ເຮົາ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດ, ສະຫຼາດຊ່ອງໃສຄວາມອົດທົນມຸ່ງໝັ້ນເພື່ອປົດປອ່ຍຊາດຂອງພັກເຮົາ, ທ້ອນໂຮມຄວາມສາມັກຄີຢູ່ຖານທີ່ໝັ້ນແຫ່ງນີ້ ແລະ
ເມືອງວຽງໄຊໄດ້ເປັນຖິ່ນກຳ ເນີດຂອງການປະຕິວັດມາຮອດປັດຈຸບັນກໍມີອາຍຸຄົບຮອບ 50 ປີພໍດີ. ການສະເຫຼີມສະຫຼອງລະດັບຊາດວັນສ້າງ
ຕັ້ງເມືອງວຽງໄຊນີ້ ໂດຍມີຈຸດ
ປະສົງຄາດໝາຍແນ່ໃສ່ທົບທວນຄືນມູນເຊື້ອປະຫວັດສາດ ເພື່ອລະນຶກຈົດຈຳລຳລຶກໄຊຊະນະອັນຍິ່ງໃຫ່ຍຂອງການປະຕິວັດ ກໍຄືຜູ້ນຳຮຸ່ນກ່ອນທີ່ເປັນບົດຮຽນອັນລໍ້າເລີດ
ໂດຍສະເພາະປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຮຸ່ນທຳອິດ ແລະ ທ່ານອື່ນໆທີ່ລູກຫຼານຮຳ່ຮຽນເອົາບົດຮຽນເຫຼົ່ານັ້ນໃຫ້ເປັນແນວທາງທີ່ປະຕິບັດວຽກງານໃນພາລະ
ກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າຕໍ່ໄປ ແລະ ກໍຖືເອົາໂອກາດນີ້ເພື່ອໂຄສະນາຢ່າງກວ້າງຂວາງໃຫ້ປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດ, ບັນ
ດາປະ ເທດເພື່ອນມິດ ແລະ ສາກົນ ໄດ້ຮັບຮູ້ແຈ້ງກ່ຽວກັບປະຫວັດມູນເຊື້ອຂອງເມືອງວຽງໄຊ. ການໂຄສະນາເຜີຍແຜ່ວັນສ້າງຕັ້ງເມືອງວຽງໄຊກໍເປັນອີກ 1 ວັນທີ່ເປັນສຳ
ຄັນທາງປະຫວັດສາດຂອງຊາດເຮົາ.


ລັດຖະບານໄດ້ຕົກລົງປະດັບຫຼຽນຄຳແຫ່ງຊາດໃຫ້ເມືອງວຽງໄຊແຂວງຫົວພັນ
ຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ(30/11/1965-30/11/2018)

     ໃນພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ນີ້ ທ່ານ ບຸນຍັງ ວໍລະຈິດ ໃນນາມລັດຖະບານແຫ່ງ ສປປ ລາວ ກ່າວສູນທອນພົດ ແລະ ປະດັບຫຼຽນຄຳແຫ່ງຊາດໃຫ້ແກ່ເມືອງ
ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ.

     ຫຼັງຈາກນັ້ນ ໃນງານສະເຫຼີມສະຫຼອງວັນດັ່ງກ່າວຍັງໄດ້ມີການສະແດງສິລະປະຈາກນ້ອງນັກຮຽນທີ່ມາຈາກໂຮງຮຽນມັດທະຍົມສົມບູນວຽງໄຊ, ເມືອງວຽງໄຊ ເຊິ່ງ
ທຸກລາຍການສະແດງໄດ້ສະທ້ອນໃຫ້ເຫັນເຖິງປະຫວັດຄວາມເປັນມາ, ມູນເຊື້ອການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ຍິງບັ້ງໄຟດອກຂຶ້ນສູ່ທ້ອງຟ້າແຫ່ງເມືອງວຽງໄຊຢ່າງ
ສວຍງາມ.