ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດກອງປະຊຸມວຽກງານກຳລັງພົນ, ການປະກອບອາວຸດ-ຍຸດໂທປະກອນ
ທົ່ວກອງທັບປະຈຳສົກປີ 2016-2017

     ໃນວັນທີ 4 ມັງກອນ 2018 ນີ້, ຢູ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມວຽກງານກຳລັງພົນ, ການປະກອບອາວຸດ-ຍຸດໂທ
ປະກອນທົ່ວກອງທັບປະຈຳສົກປີ 2016-2017 ແລະ ຜ່ານທິດທາງແຜນການປະຈໍາປີ 2018 ຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ
ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳຈາກ 4 ກົມ
ໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາບັນດາກົມກອງ, ກອງພັນໃຫຍ່, ພະນັກງານທີ່ເຮັດວຽກງານກຳລັງພົນຈາກກຳລັງ ຫຼວງ ແລະ ທ້ອງຖິ່ນ ຕະຫຼອດຮອດແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານເປີດກອງປະຊຸມວຽກງານກຳລັງພົນ, ການປະກອບອາວຸດ-ຍຸດໂທປະກອນ
ທົ່ວກອງທັບປະຈຳສົກປີ 2016-2017 ແລະຜ່ານທິດທາງແຜນການປະຈໍາປີ 2018

     ອີງຕາມບົດສະຫຼຸບທີ່ສະເໜີໂດຍ ພັນໂທ ຄຳພຽນ ຈິດຕະສຸບັນລິດ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ໃນໄລ
ຍະຜ່ານມາພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິການກອງທັບພວກເຮົາໄດ້ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດປັບປຸງ
ກໍ່ສ້າງກຳລັງທາງດ້ານໂຄງປະກອບການຈັດຕັ້ງ, ຈຳນວນພົນ ແລະ ປະກອບອາວຸດຍຸດໂທປະກອນຂອງກອງທັບແຕ່ປີ 2015-2020 ໂດຍຕັ້ງໜ້າປັບປຸງກໍາ
ລັງຫຼວງໃຫ້ມີບົດບາດເປັນກຳລັງເຄື່ອນທີ່ຂອງກອງທັບ, ບັນດາກົມເຫຼົ່າຮົບກໍໄດ້ເປັນເຈົ້າການໃນການປັບປຸງອົງການ ແລະ ກົມກອງທີ່ຂຶ້ນກັບຕົນທາງດ້ານ
ປະລິມານ ແລະ ຄຸນນະພາບຂອງອົງການ, ຫົວໜ່ວຍກົມກອງ, ເຫຼົ່າຮົບທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ກອງບັນຊາການທະຫານເມືອງ, ບັນດາ
ກອງພັນ ແລະ ກອງຮ້ອຍທະຫານຮາບ, ກອງຮ້ອຍທະຫານຊາຍແດນອັນໄດ້ເປັນພື້ນຖານໃຫ້ແກ່ການປັບປຸງກຳລັງທ້ອງຖິ່ນເຂົ້າສູ່ແບບແຜນ ແລະ ມີຄຸນນະ
ພາບດີຂຶ້ນ, ໂດຍປັບປຸງ ແລະ ປະກອບຈຳນວນພົນເຂົ້າໃສ່ຕາມໂຄງປະກອບການຈັດຕັ້ງຂອງຫົວໜ່ວຍກົມກອງຕາມການເຕີບໃຫຍ່ຂະຫຍາຍຕົວຂອງ
ກອງທັບໃນໄລຍະໃໝ່. ບົນພື້ນຖານການຊີ້ນຳການປັບປຸງກໍ່ສ້າງກຳລັງກອງຫຼອນ-ກອງປ້ອງກັນຕົວ, ການປັບປຸງກໍ່ສ້າງກຳລັງສຳຮອງ ແລະ ບາງບັນຫາທີ່
ບໍ່ທັນຫັນເຂົ້າສູ່ລະບົບລະບຽບການຢ່າງຮັດກຸມຄົບຖ້ວນ. ໃນຜ່ານມາວຽກງານກຳລັງພົນທົ່ວກອງທັບພວກເຮົາໄດ້ຊີ້ນຳ ແລະ ພ້ອມກັນຈັດຕັ້ງປະຕິບັດ
ຢ່າງຕັ້ງໜ້າ ແລະ ມີຜົນໄດ້ຮັບເປັນຢ່າງດີ, ແຕ່ຍັງມີບາງອົງການ ແລະ ກົມກອງການຫັນປ່ຽນຍັງຊັກຊ້າ, ຍັງມີຫຼາຍບັນຫາຕ້ອງໄດ້ພ້ອມກັນດັດແປງແກ້ໄຂ
ໃນປີຕໍ່ໄປ.

     ກອງປະຊຸມຍັງໄດ້ຍົກໃຫ້ເຫັນບາງບົດຮຽນສຳຄັນທີ່ຖອດຖອນໄດ້ໃນຜ່ານມາ ເຊິ່ງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງເພີ່ມທະວີຄວາມ
ຮັບຜິດຊອບຕໍ່ວຽກງານຄຸ້ມຄອງກຳລັງພົນຂັ້ນຂອງຕົນ, ໂດຍມີການແຕ່ງຕັ້ງ, ຊີ້ນຳ ແລະ ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຄະນະຄຸ້ມຄອງກຳລັງ
ພົນແຕ່ລະຂັ້ນໃຫ້ມີການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຢ່າງເປັນປົກກະຕິ, ຕ້ອງໄດ້ປັບປຸງລະບົບການຈັດຕັ້ງ ແລະ ບຸກຄະລາກອນຂອງຂະ
ແໜງການກຳລັງພົນແຕ່ລະຂັ້ນ, ໂດຍມີການບັນຈຸບຸກຄະລາກອນຕາມຕຳແໜ່ງງານຢ່າງຄົບຊຸດ, ຄວາມຮູ້ທາງດ້ານວິຊາການ-ວິຊາສະເພາະ ແລະ ຄວາມສາ
ມາດໃນການຈັດຕັ້ງປະຕິບັດໃຫ້ໄດ້ໃນລະດັບທີ່ແນ່ນອນ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານມີຄວາມສັດຊື່ບໍລິສຸດຕໍ່ໜ້າທີ່ຂອງຕົນ ແລະ ຊື່
ສັດຕໍ່ການຈັດຕັ້ງ, ໂດຍຍຶດຖືໃນລະບຽບ-ຫຼັກການເປັນຕົ້ນຕໍ ແລະ ການຊີ້ນຳທີ່ເປັນມະຕິຂອງຄະນະພັກເປັນສຳຄັນ ລະຫວ່າງສາຍຕັ້ງ ແລະ ສາຍຂວາງ,
ຕ້ອງປັບປຸງແບບແຜນວິທີການຈັດຕັ້ງປະຕິບັດການຄຸ້ມຄອງ, ໂດຍມີການແບ່ງຂັ້ນຄຸ້ມຄອງກວດກາລະຫວ່າງຜູ້ຄຸ້ມຄອງກຳລັງພົນຂັ້ນ 1, 2, 3 ໃຫ້ຊັດເຈນ
ໃນພາກປະຕິບັດຕົວຈິງ, ປັບປຸງບັນດານິຕິກຳຕ່າງໆ ໂດຍມີການປະສານສົມທົບກັບອົງການ ແລະ ກົມກອງທີ່ກ່ຽວຂ້ອງມີສ່ວນຮ່ວມໃນການກຳນົດ, ປັບປຸງ
ແລະ ພັດທະນາໂປຼແກຼມລະບົບຄຸ້ມຄອງກຳລັງພົນກອງທັບໃຫ້ມີຄວາມທັນສະໄໝ, ຄົບຊຸດ ບັນດາກົມກອງຫົວໜ່ວຍງົບປະມານເອກະລາດຕ້ອງຈັດຕັ້ງ
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກຳລັງພົນປະຈຳປີຂັ້ນຂອງຕົນໃຫ້ເປັນປົກກະຕິ ເພື່ອສ່ອງແສງລາຍງານໃຫ້ກຳລັງພົນເປັນປະຈຳ.