ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານອາກາດອວຍພອນ ລັດຖະມົນຕີກະຊວງປ້ອງກັນປະເທດ


ຫົວໜ້າການເມືອງກອງບັນຊາການທະຫານອາກາດ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ
ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ລັດຖະມົນຕີກະຊວງປ້ອງກັນປະເທດ

     ນຳໂດຍ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການ ທະຫານອາກາດ ພ້ອມດ້ວຍອົງການຈັດຕັ້ງ
ມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ
ລັດຖະມົນຕີກະຊວງປ້ອງກັນປະເທດ. ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2021.

     ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານອາກາດ ພ້ອມອົງການຈັດຕັ້ງມະຫາຊົນ ຊາວ
ໜຸ່ມ-ແມ່ຍິງກ່າວສະແດງຄວາມອວຍພອນໄຊອັນປະເສີດແດ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳ ກະຊວງປ້ອງກັນປະເທດ
ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ການງານທຸກປະການ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບ
ຄົວ. ທັງນີ້ກໍເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການນຳຂັ້ນສູງກໍຄື ຄະນະນຳກະຊວງປ້ອງກັນປະເທດ ທີ່ສຸມສະຕິປັນຍາເຫື່ອແຮງເຂົ້າໃນການຊີ້ນຳ-ນຳພາສຶກ
ສາອົບຮົມໃຫ້ແກ່ພະນັກງານ-ນັກຮົບ, ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃນການສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ
ຂອງພັກເຊິ່ງໃນໄລຍະ 1 ປີ ຜ່ານມາໄດ້ມີຜົນສຳເລັດອັນໃຫຍ່ຫຼວງ ເຮັດໃຫ້ອິດທິພົນຊື່ສຽງຂອງ ກອງທັບປະຊາຊົນລາວ ສູງເດັ່ນຂຶ້ນໃນເວທີພາກພື້້ນ ແລະ
ສາກົນ.

    ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ທາງຄະນະພັກ-ຄະນະບັນນາທິການໜັງສືພິມກອງທັບ, ເຊິ່ງນໍາໂດຍ ສະຫາຍ ພັນເອກ ຄໍາສາວ
ແກ້ວວິເສດ ຫົວໜ້າ ກອງບັນນາທິການ ໜັງສືພິມກອງທັບ ພ້ອມດ້ວຍຄະນະ ກໍໄດ້ນໍາເອົາກະຕ່າດອກໄມ້ຂອງຂວັນ ພ້ອມກັບຄໍາອວຍພອນໄຊອັນປະເສີດ
ເຂົ້າອວຍພອນ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງ
ກອງທັບ ເນື່ອງ​ໃນໂອກາດປີໃໝ່ສາກົນ ເຊັ່ນດຽວກັນ.