ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍາມໃດກໍຕ້ອງຢຶດໝັ້ນຕາມແນວທາງການຕ່າງປະເທດ ແລະ ນະໂຍບາຍປ້ອງກັນຊາດຂອງພັກ

     ກອງປະຊຸມວຽກງານການຕ່າງປະເທດທົ່ວກອງທັບໄດ້ປິດລົງດ້ວຍຜົນສຳເລັດຕາມຈຸດປະສົງຄາດໝາຍໃນວັນທີ 2 ກຸມພາ 2018 ນີ້, ພາຍຫັຼງທີ່
ໄດ້ດຳເນີນມາເປັນເວລາ 3 ວັນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະ
ເທດ ຫົວໜ້າກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ໃຫ້ກຽດເຂົ້າຮ່ວມຊີ້ນຳ ແລະ ໂອ້ລົມຕໍ່ກອງປະຊຸມດັ່ງກ່າວແມ່ນ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ-ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງກອງປະຊຸມໄດ້ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຕາງ
ໜ້າບັນດາກະຊວງ, ກົມໃຫຍ່, ຫ້ອງວ່າການ, ບັນດາກົມກອງກຳລັງຫຼວງ, ກອງບັນຊາການທະຫານແຂວງ-ນະຄອນຫຼວງ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າ
ຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຊີ້ນຳ ແລະ ໂອ້ລົມຕໍ່ກອງປະຊຸມວຽກງານການຕ່າງປະເທດທົ່ວກອງທັບ

     ໃນວາລະດຳເນີນກອງປະຊຸມ ຜູ້ແທນໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳເຫັນໃສ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການ
ຕ່າງປະເທດທົ່ວກອງທັບຕະຫຼອດໄລຍະ 3 ປີຜ່ານມາ, ໄດ້ຮັບຟັງການລາຍງານບາງສະພາບທີ່ພົ້ນເດັ່ນດ້ານວຽກງານນະໂຍບາຍປ້ອງກັນຊາດ ແລະ ຮັບຟັງ
ການສະເໜີບາງບົດຮຽນປະສົບປະການກ່ຽວກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງຈາກບັນດາທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳຢູ່ຕ່າງ
ປະເທດທີ່ເປັນສິ່ງທ້າທາຍທົດສອບ ແລະ ສົ່ງຜົນກະທົບຕໍ່ບັນຍາກາດການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກັບ ສປປ ລາວເຮົາໃນຜ່ານມາ ແລະ
ໃນສະເພາະໜ້າ. ກອງປະຊຸມຍັງໄດ້ຮັບຟັງບາງບົດຮຽນ ແລະ ປະສົບການໃນການປະຕິບັດວຽກງານການຕ່າງປະເທດ ແລະ ວຽກງານທີ່ກ່ຽວຂ້ອງອື່ນໆຈາກ
ຄະນະພົວພັນຕ່າງປະເທດສູນກາງພັກຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ
ລາວ, ພ້ອມນີ້ ກໍໄດ້ເຜີຍແຜ່ຜົນສຳເລັດຂອງການເປັນປະທານກອງປະຊຸມອາຊຽນໃນປີ 2016 ຂອງກອງທັບປະຊາຊົນລາວ, ສະຫຼຸບໂຄງການຂຽນປຶ້ມປະ
ຫວັດສາດກ່ຽວກັບການພົວພັນຕ່າງປະເທດຂອງກອງທັບປະຊາຊົນລາວ ແລະ ຜ່ານຂໍ້ຕົກລົງປະກາດວັນສ້າງຕັ້ງກົມພົວພັນຕ່າງປະເທດ ຢ່າງເປັນທາງການ
ໂດຍໄດ້ກຳນົດເອົາວັນທີ 8 ມັງກອນ 1970 ເປັນຕົ້ນມາ ເປັນວັນສ້າງຕັ້ງກົມພົວພັນຕ່າງ ປະເທດກອງທັບປະຊາຊົນລາວ.

     ເພື່ອເຮັດໃຫ້ວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງກອງທັບເຮົາໄດ້ຮັບການຈັດຕັ້ງເຄື່ອນໄຫວມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດ
ໝາຍທີ່ໄດ້ກຳນົດໄວ້ນັ້ນ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ແລະ ເນັ້ນໜັກໃຫ້ຜູ້ທີ່ເຮັດວຽກງານພົວພັນຕ່າງປະ
ເທດໃນທົ່ວກອງທັບຕ້ອງເປັນເຈົ້າການຄົ້ນຄວ້າເຊື່ອມຊຶມເພື່ອກຳໃຫ້ໄດ້ແໜ້ນແນວທາງການຕ່າງປະເທດ ແລະ ນະໂຍບາຍປ້ອງກັນ ຊາດຂອງພັກໃນໄລ
ຍະໃໝ່ໃຫ້ເລິກເຊິ່ງ ຕ້ອງເພີ່ມທະວີສຶກສາອົບຮົມການເມືອງນຳພາແນວຄິດພະນັກງານທີ່ເຮັດວຽກງານພົວພັນຕ່າງປະເທດໃຫ້ມີຄຸນທາດການເມືອງໜັກ
ແໜ້ນ, ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ປັບປຸງກົງຈັກການຈັດຕັ້ງ
ໃນກົມພົວພັນຕ່າງໆປະເທດໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ສະພາບຄວາມເປັນຈິງຂອງກອງທັບໃນປັດຈຸບັນ ແລະ ໃນຕໍ່ໜ້າ ຮັບປະກັນໃນ
ການເປັນເສນາທິການດ້ານວຽກງານການຕ່າງປະເທດໃຫ້ແກ່ຂ້ັນເທິງເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ກອງທັບເຮົາ.

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຮັດວຽກງານພົວພັນຕ່າງປະເທດໃນທົ່ວກອງທັບ ຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະ
ຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານການຕ່າງປະເທດ ໃນທົ່ວກອງທັບຄັ້ງນີ້ໃຫ້ເລິກເຊິ່ງ ແລະ ມີໝາກຜົນຕົວຈິງ ເພື່ອຍາດແຍ່ງເອົາກາລະໂອ
ກາດ ແລະ ທ່າແຮງຈາກພາຍນອກສົມທົບກັບເງື່ອນໄຂ ແລະ ທ່າແຮງຢູ່ພາຍໃນ ສ້າງສະພາບທີ່ເອື້ອອຳນວຍໃຫ້ແກ່ການພັດທະນາປະເທດຊາດ ກໍຄືການ
ພັດທະນາກອງທັບເຮົາໃຫ້ເຂັ້ມແຂງມີແບບແຜນ ແລະ ທັນສະໄໝເປັນກ້າວໆ.