ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປາຖະກະຖາວັນສ້າງຕັ້ງກອງທັບ
ຄົບຮອບ 70 ປີ ຢູ່ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ

     ວັນທີ 4 ກຸມພາ 2019 ນີ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ, ໂດຍການເປັນປະ
ທານ ແລະ ໃຫ້ກຽດປາຖະກະຖາຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານລັດ
ຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານລັດຖະກອນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ
ແວດລ້ອມເຂົ້າຮ່ວມຢ່າງຫຼວງຫຼາຍ.

     ການປາຖະກະຖາໃນຄັ້ງນີ້ແມ່ນເພື່ອເປັນການສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະຊາຊົນ, ມີ
ນໍ້າໃຈປະຕິວັດ, ມີຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງບັນດາຜູ້ນຳ ແລະ ນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນໂອກາດສ້າງຂະ
ບວນການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີຜົນງານໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພ້ອມນັ້ນ, ກໍເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ
ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້ ໄດ້ຍົກໃຫ້ເຫັນປະຫວັດສາດການກຳ
ເນີດຂອງກອງທັບປະຊາຊົນລາວ ໂດຍສະເພາະສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍຄວາມສຳຄັນ, ຜົນງານໄຊຊະນະ ແລະ ການເຕີບ
ໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງກອງທັບປະ
ຊາຊົນລາວໃນໄລຍະໃໝ່, ໂດຍຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ
ພັກປະຊາຊົນປະຕິວັດລາວ, ເຊິ່ງກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ,
ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານ, ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງ
ສົມບູນ.

     ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຍົກໃຫ້ເຫັນທາດແທ້ມູນເຊ້ືອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ໂດຍສະເພາະທາດແທ້,
ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫຼະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີ
ຄວາມດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ. ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງຈາກການຕໍ່ສູ້ກູ້ຊາດຍືດເຍື້ອ
ຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າກອງທັບປະຊາຊົນລາວແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານ
ຂອງພັກປະຊາຊົນປະຕິວັດລາວ.