ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບການຫັດແອບເດີນສວນສະໜາມ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫຼຸບການຫັດແອບເດີນສວນສະໜາມ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປ

     ໃນວັນທີ 4 ກຸມພາ 2019 ນີ້, ກົມອົບຮົມກົມໃຫຍ່ເສນາທິການກອງທັບ ຈັດກອງປະຊຸມສະຫຼຸບການຈັດຕັ້ງຫັດແອບເດີນສວນສະໜາມຂອງກຳລັງພົນ ແລະ ພາຫະ
ນະ-ອາວຸດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນ
ກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງພັນໃຫຍ່,
ເຫຼົ່າຮົບ, ກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.

     ພັນໂທ ສັນຕິ ຈັນທະລັງສອນ ຄະນະຮັບຜິດຊອບດ້ານເນື້ອໃນຫັດແອບບັ້ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ຫົວໜ້າພະແນກລະ
ບຽບກົມອົບຮົມກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງຫັດແອບເດີນສວນສະໜາມຂອງກຳລັງພົນ ແລະ ພາຫະນະ-ອາວຸດ. ການຈັດຕັ້ງປະຕິ
ບັດວຽກງານກະກຽມ, ການຫັດແອບປະສານ ແລະ ດຳເນີນພິທີທາງການ ເຊິ່ງໄດ້ຈັດຕັ້ງເຜີຍແຜ່ແຜນການ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຕາມຂໍ້ຕົກລົງຂອງ
ກະຊວງປ້ອງກັນປະເທດອະນຸມັດ ເພື່ອເປັນພື້ນຖານບ່ອນອີງໃຫ້ການຈັດຕັ້ງກະກຽມຕາມໜ້າທີ່ພາລະບົດບາດ, ໂດຍເຂົ້າຮ່ວມມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະ
ຊວງ, ກົມເຫຼົ່າຮົບ ແລະ ກົມກອງທີ່ມີກຳລັງເຂົ້າຮ່ວມ, ຈັດຕັ້ງບຳລຸງກອງຕົວແບບຂອງກອງ ພັນໃຫຍ່ 279 ຈຳນວນ 143 ສະຫາຍ, ສະແດງຜ່ານເຄື່ອງແບບ, ເຄື່ອງປະ
ດັບຕິດຫ້ອຍເຄ່ືອງແບບຂອງບັນດາກ້ອນກຳລັງ, ການປະດັບພາຫະນະ-ອາວຸດ, ບັນດາທ່າຈັງຫວະສວນສະໜາມ ແລະ ລຳດັບເນື້ອໃນດຳເນີນພິທີ ການສະເຫຼີມສະຫຼອງ
ຜ່ານຕໍ່ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຈັດຕັ້ງເປີດບັ້ນອົບຮົມບຳລຸງຄູເຝິກສວນສະໜາມ ແລະ ເອກະພາບບົດຮຽນລະບຽບຮູບແຖວທົ່ວກອງທັບ. ໂດຍມີພະນັກ
ງານເຂົ້າຮ່ວມຈາກຄູເຝິກກ້ອນສວນສະໜາມ 20 ກ້ອນ, ພະນັກງານອົບຮົມຂອງ 16 ກອງບັນຊາການທະຫານເເຂວງ, 5 ກອງພົນ, 10 ກອງພັນໃຫຍ່, 2 ວິທະຍາຄານ, 3
ໂຮງຮຽນຂຶ້ນກັບກະຊວງ ແລະ ກົມເຫຼົ່າຮົບລວມ, ການດຳເນີນຫັດແອບປະສານລວມ ແລະ ພິທີທາງການແມ່ນປະຕິບັດການສະແດງໄປຕາມວາລະກຳນົດ, ທາງດ້ານເນື້ອ
ໃນແມ່ນສະແດງເຫັນໄດ້ມູນເຊື້ອຄວາມເຕີບໃຫຍ່ດ້ານລະບຽບພິທີການໄດ້ກຳນົດແບ່ງປັນສະຖານທີ່ຮັບຕ້ອນການນຳ ແລະ ແຂກເຂົ້າຊົມ, ການປະດັບສະຖານທີ່ຕ່າງໆໄດ້
ຢ່າງຈົບງາມ, ລະບົບຮັບ-ສົ່ງການກະຈາຍສຽງຕໍ່ເນື່ອງລຽນຕິດ, ດ້ານວຽກງານປ້ອງກັນແມ່ນຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ.
ການດຳ ເນີນພິທີທາງການໄປຕາມແຕ່ລະວາລະລາຍການຈົນເຖິງສິ້ນສຸດແມ່ນມີຄວາມລ່ຽນໄຫຼ ແລະ ມີຜົນສຳເລັດຢ່າງຈົບງາມຕາມຈຸດປະສົງຄາດໝາຍທີ່ວາງໄວ້.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບ ກໍຄືຄະນະພັກ-ຄະນະນຳບັນດາກ້ອນກຳລັງຈົ່ງສຶບຕໍ່ເອົາໃຈໃສ່ນຳເອົາເນື້ອໃນ
ຈິດໃຈ ແລະ ຜົນສຳເລັດໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ເຂົ້າໃນຊີວິດປະຈຳວັນຂອງກົມກອງ, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເນື້ອໃນລະບຽບຫຼັກການຮູບ
ແຖວໃຫ້ຖືກກັບສະພາບເນື້ອໃນຕົວຈິງ ແລະ ຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບເຮົາ, ສຶບຕໍ່ຂຶ້ນແຜນຄົ້ນຄວ້າຈັດຕັ້ງປະຕິບັດເຝິກແອບຮໍ່າຮຽນວິຊາງົດງາມ, ລະບຽບ
ວິໄນກອງທັບໃຫ້ກາຍເປັນພາກບັງຄັບຂອງກົມກອງ ກໍຄືກຳລັງຫຼວງກຳລັງທ້ອງຖິ່ນ, ເອົາໃຈໃສ່ຂຶ້ນແຜນປົກປັກຮັກສາ ແລະ ບົວລະບັດພາຫະນະເຕັກນິກທີ່ໄດ້ປະກອບໃຫ້
ແຕ່ລະເຫຼົ່າຮົບ, ເພື່ອໃຫ້ນຳໃຊ້ໃຫ້ໄດ້ຍາວນານ.