ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສຳ​ມະ​ນາວຽກງານ​ກໍ່ສ້າງ​ກຳລັງ​ດ້ານ​ການຈັດ​ຕັ້ງ ​ແລະ ການ​ປະກອບ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມເປັນປະທານກອງປະຊຸມ

     ໃນວັນທີ 4 ກຸມພາ ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສຳມະນາວຽກງານກໍ່ສ້າງກຳລັງກອງທັບດ້ານການຈັດຕັ້ງ ແລະ ການປະກອບ, ຢູ່ທີ່ສະໂມ
ສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ບັນດາສະຫາຍຕາງໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາ, ພະນັກງານວິຊາການທີ່ມາຈາກບັນດາອົງການອ້ອມຂ້າງກະຊວງປ້ອງກັນປະເທດ ແລະ
ກົມກອງກຳລັງຫຼວງເຂົ້າຮ່ວມ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວເປີດກອງປະຊຸມໂດຍໄດ້ກ່າວວ່າ: ກອງປະຊຸມສຳມະນາວຽກງານກໍ່ສ້າງກໍາລັງກອງທັບດ້ານການຈັດຕັ້ງ ແລະ ການປະ
ກອບໃນຄັ້ງນີ້ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງ
ທີ X ຂອງພັກ ເວົ້າລວມ, ເວົ້າສະເພາະໃນທົ່ວກອງທັບພວມສຸມໃສ່ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດ ທີ່ໄດ້ວາງອອກ
ໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ໂດຍສະເພາະໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ປັບປຸງກໍ່ສ້າງກຳລັງກອງທັບ ຕາມທີ່ໄດ້ກໍານົດໃນແຜນການຍຸດທະສາດ 5 ປີ ( 2015 -
2020 ) ເຊິ່ງເປັນປີສຸດທ້າຍດ້ວຍຜົນສໍາເລັດໃນຫຼາຍດ້ານ, ຮັບປະກັນໃຫ້ກອງທັບມີກໍາລັງພຽງພໍໃນພາລະກິດປົກປັກຮັກສາ ແລະ ປະກອບສ່ວນໃນການພັດທະນາປະເທດ
ຊາດ, ສະນັ້ນເພື່ອສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມມີສະຖຽນລະ
ພາບທາງດ້ານການເມືອງຢ່າງໜັກແໜ້ນ, ປະເທດຊາດມີຄວາມສະຫງົບປອດໄພ, ຮັກສາໄດ້ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ;
ສືບຕໍ່ປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກ້າວຂຶ້ນເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ, ທຽບທັນກັບກອງທັບປະເທດໃກ້ຄຽງເທື່ອລະກ້າວ.

     ກອງປະຊຸມ, ໄດ້ຜ່ານບົດລາຍງານກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນການຍຸດທະສາດການກໍ່ສ້າງກຳລັງກອງທັບດ້ານການຈັດຕັ້ງການປະກອບໃນໄລ
ຍະ 5 ປີຜ່ານມາ ( 2015-2020 ) ແລະ ສະເໜີແຜນການຍຸດທະສາດປັບປຸງກໍ່ສ້າງກໍາລັງ 5 ປີຕໍ່ໜ້າ ( 2020–2025 ); ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວກໍໄດ້ແລກ
ປ່ຽນປະກອບຄຳຄິດເຫັນຕໍ່ຫົວຂໍ້ສຳມະນາວຽກງານກໍ່ສ້າງກໍາລັງກອງທັບດ້ານການຈັດຕັ້ງ ແລະ ການປະກອບໃນ 4 ຂົງເຂດວຽກງານຄື: ວຽກງານຈັດຕັ້ງກໍ່ສ້າງກໍາລັງກອງ
ທັບດ້ານໂຄງປະກອບການຈັດຕັ້ງ, ວຽກງານປະກອບອາວຸດ, ວຽກງານລະດົມ ແລະ ປະກອບຈໍານວນພົນ, ວຽກງານຄຸ້ມຄອງຈຳນວນພົນ, ວຽກງານກໍ່ສ້າງກໍາລັງສໍາຮອງ,
ເຊິ່ງໃນຂົງເຂດວຽກງານດັ່ງກ່າວນີ້, ຈະໄດ້ພ້ອມກັນສັງເກດຕີລາຄາຢ່າງພາວະວິໄສຖືກກັບຄວາມເປັນຈິງ ມີຄວາມເປັນເອກະພາບຕໍ່ຜົນສຳເລັດທີ່ຍາດມາໄດ້, ກອງປະຊຸມ
ແມ່ນຈະໄດ້ນຳເນີນເປັນເວລາ 3 ວັນ.