ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມໃຫຍ່ເຕັກນິກກອງທັບຜູ້ເກົ່າ ແລະ ຜູ້ໃໝ່

     ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມໃຫຍ່ເຕັກນິກກອງທັບຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະ
ປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ເກົ່າ ແລະ ທ່ານ ພົນຈັດຕະວາ ກິລະກອນ ບຸນນະຜົນ ກຳ
ມະການຄະນະພັກກະຊວງ, ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບຜູ້ໃໝ່ ຈັດຂຶ້ນໃນວັນທີ 2 ມີນາ 2018, ທີ່ຫ້ອງປະຊຸມກົມໃຫຍ່ເຕັກນິກກອງ
ທັບ ໂດຍມີບັນດາທ່ານຄະນະກົມໃຫຍ່, ຫົວໜ້າກົມຮອງກົມ, ຫົວໜ້າຫ້ອງ-ຮອງຫ້ອງເຂົ້າຮ່ວມເປັນສັກຂີພະຍານ.


ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມໃຫຍ່ເຕັກນິກກອງທັບຜູ້ເກົ່າແລະຜູ້ໃໝ

     ພັນເອກ ສາຍສະໝອນ ໄຊພູບານ ຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ ເລກທີ 567/ກປທ ລົງວັນທີ30/1/2018 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ ອີງຕາມຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ວຽກງານຄະນະປະຈຳພັກກະຊວປ້ອງກັນປະເທດ ໄດ້ຕົກລົງໃຫ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ເກົ່າ
ໄປຮັບໜ້າທີ່ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳຢູ່ສຳນັກງານກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ທ່ານ ພົນຈັດຕະວາ ກິລະກອນ ບຸນນະຜົນ
ເປັນຜູ້ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ.

     ການປັບປຸງການຈັດຕັ້ງຄັ້ງນີ້ ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່ ເພື່ອເຮັດໃຫ້ລະບົບ
ການຈັດຕັ້ງນຳພາ-ບັນຊາໃນກອງທັບມີຄວາມໜັກແໜ້ນ-ເຂັ້ມແຂງ, ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເປັນຢ່າງດີ.