ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນວັນສ້າງຕັ້ງກຳລັງ ປກສ

     ວັນທີ 3 ເມສາ 2017, ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ຄະນະນຳກະຊວງປ້ອງກັນປະເທດ ໂດຍ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ເຂົ້າອວຍພອນກຳລັງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ 56 ປີ (5 ເມສາ 1961-5 ເມສາ 2017) ໃຫ້ກຽດຕ້ອນຮັບການເຂົ້າອວຍພອນໂດຍ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ກຳມະການສູນກາງ
ພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.


ພົນຕີ ອ່ອນສີ ແສນສຸກ ພ້ອມດ້ວຍຄະນະ ເຂົ້າອວຍພອນກຳລັງປ້ອງກັນຄວາມສະຫງົບ

     ໃນໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມ, ຄຳອວຍພອນອັນປະ
ເສີດຈາກຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະພົນທະຫານໃນທົ່ວກອງທັບມາຍັງຄະນະນຳກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງມອບກະ
ຕ່າດອກໄມ້, ກະຕ່າຂອງຂວັນ ແລະເງິນຈຳນວນໜຶ່ງ ເພື່ອຊຸກຍູ້ເປັນກຳລັງໃຈ ເພື່ອອວຍພອນໃຫ້ພະນັກງານ-ນັກຮົບໃນທົ່ວກຳລັງປ້ອງກັນຄວາມສະຫງົບ
ຈົ່ງມີສຸຂະພາບແຂງແຮງເຮັດສຳເລັດທຸກໜ້າທີ່ໆຊາດ ແລະປະຊາຊົນມອບໝາຍໃຫ້.

     ທ່ານ ພົນຕີ ສິນທະວົງ ໄຊຍະກອນ ກໍໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບສະແດງຄວາມຂອບອົກຂອບໃຈຄະນະນຳ
ກະຊວງປ້ອງກັນປະເທດ ທີ່ໄດ້ນຳເອົາຄຳອວຍພອນອັນອົບອຸ່ນ, ກະຕ່າຂອງຂວັນ ແລະວັດຖຸປັດໄຈຈຳນວນໜຶ່ງເຂົ້າມາອວຍພອນໃນຄັ້ງນີ້.