ກອງປະຊຸມເຄື່ອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນຄັ້ງທີ 10
ວັນທີ 27-30 ມີນາ 2017, ຄະນະຜູ່ແທນຂອງກະຊວງປ້ອງກັນປະເທດ ນໍາໂດຍສະຫາຍ ພັ.ອ ສຸລິວັນ ແສງຈັນ, ຮອງຫົວໜ້າກົມວິທະຍາສາດ-ປະ
ຫວັດສາດການທະຫານ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີຂອງເຄື່ອຂ່າຍສະຖາບັນປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ (NADI) ຄັ້ງທີ 10, ເຊິ່ງໄດ້ຈັດ
ຂຶ້ນຢູ່ທີ່ນະຄອນຫລວງ ມະນີລາ, ສາທາລະນະລັດ ຟີລິບປິນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພົນຕີ ໂຣເບີດໂຕ ເອັດສະຕີໂອໂກ, ຫົວໜ້າ
ວິທະຍາຄານປ້ອງກັນຊາດ ແລະພົນຈັດຕະວາ ແພັດເຕິໂນ ໂມເຣວ, ຫົວໜ້າຫ້ອງການສູນຄົ້ນຄ້ວາຍຸດທະສາດດ້ານຄວາມໝັ້ນຄົງຂອງຟີລິບປິນ. ມີບັນ
ດາຫົວໜ້າສະຖາບັນປ້ອງກັນຊາດ ແລະວິຊາການດ້ານຄວາມໝັ້ນຄົງ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມປະຈຳປີຂອງເຄື່ອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 10
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫລຸບຕີລາຄາຜົນງານການເຄື່ອນໄຫວຂອງ NADI ໃນໄລຍະ 10 ປີ ຜ່ານມາ, ແລກປ່ຽນທັດສະນະກ່ຽວ
ກັບການເສີມສ້າງການພົວພັນຮ່ວມມືຂອງ NADI, ກໍານົດທິດທາງແຜນການ 1 ປີ, ແລະປຶກສາຫາລືກ່ຽວກັບຂໍ້ສະເໜີໃຫ້ກອງປະຊຸມລັດຖະມົນຕີປ້ອງກັນ
ປະເທດອາຊຽນ (ADMM).
ກອງປະຊຸມໄດ້ສະຫລຸບຕີລາຄາວ່າ ນັບແຕ່ NADI ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007 ເປັນຕົ້ນມາ, ໜ່ວຍງານດັ່ງກ່າວແມ່ນປະສົບຜົນສໍາເລັດຕາມ
ເປົ້າໝາຍ ແລະຈຸດປະສົງທີ່ໄດ້ກໍານົດໄວ້, ເຊິ່ງສະແດງອອກໃນການມີສ່ວນຮ່ວມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຖາບັນປ້ອງກັນຊາດ ແລະ
ຄວາມໝັ້ນຄົງຂອງບັນດາປະເທດສະມາຊິກອາຊຽນ ໃນການຄົ້ນຄ້ວາ, ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະນໍາເອົາຂໍ້ສະເໜີຕ່າງໆທີ່ເປັນ
ປະໂຫຍດໃຫ້ກອງປະຊຸມ ADMM ເພື່ອປະກອບເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນງານການຮ່ວມມືວຽກງານປ້ອງກັນຊາດ ແລະຄວາມໝັ້ນຄົງຂອງ
ອາຊຽນ, ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການພັດທະນາ ໃນພາກພື້ນ ແລະສາກົນ.
ເພື່ອສືບຕໍ່ເສີມສ້າງບົດບາດໜ້າທີ່ຂອງ ນາດີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າ, ກອງປະຊຸມໄດ້ໃຫ້ທັດສະນະວ່າ:ໜ່ວຍງານດັ່ງກ່າວ ຈະຕ້ອງໄດ້ມີການ
ເຊື່ອມໂຍງ ແລະເຮັດວຽກຢ່າງໃກ້ຊິດກັບກອງປະຊຸມ ADMM ໂດຍຜ່ານກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະກອງປະຊຸມ
ໜ່ວຍງານວິຊາການຂອງຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ; ຕ້ອງມີການຄົ້ນຄ້ວາວິໄຈ ແລະປະເມີນຜົນໃຫ້ເລິກເຊິ່ງກວ່າເກົ່າ, ເປັນຕົ້ນ
ແມ່ນການຄົ້ນຄ້ວາລົງເລິກດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານເຊັ່ນ: ວຽກງານການຊ່ວຍເຫລືອມະນຸດສະທໍາ ແລະບັນເທົາທຸກໄພພິບັດ, ການຕໍ່
ຕ້ານກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ແພດທະຫານ, ການຮັກສາສັນຕິພາບສາກົນ, ການເກັບກູ້ລະເບີດເພື່ອມະນຸດສະທໍາ ແລະຄວາມໝັ້ນຄົງ
ທາງອິນເຕີເນັດ, ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພົວພັນຮ່ວມມືວຽກງານປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ NADI ຄັ້ງທີ 10