ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນ
ຄະນະນຳກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ

     ໃນວັນທີ 3 ເມສາ 2018 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນໍາໂດຍ ທ່ານ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈໍາພັກກະຊວງ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ໄດ້ນໍາເອົາກະຕ່າດອກໄມ້ພ້ອມດ້ວຍວັດຖຸປັດໄຈເຂົ້າອວຍພອນກະຊວງປ້ອງກັນຄວາມສະຫງົບ (ປກສ) ຢູ່ທີ່ກະຊວງ ປກສ
ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018) ເຊິ່ງຕາງໜ້າຮັບໂດຍ ພົນຕີ ສົມຫວັງ ທໍາມະສິດ ຮອງລັດ
ຖະມົນຕີກະຊວງ ປກສ.


ພົນຕີ ພູວົງ ວົງພົມ ອວຍພອນຄະນະນຳກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ

     ໂອກາດນີ້ ພົນຕີ ພູວົງ ວົງພົມ ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນສະໜິດສະໜົມ, ຄວາມຮັກແພງສາມັກຄີ, ຄວາມເປັນຫ່ວງເປັນໃຍມາເຖິງຄະນະ
ນໍາກະຊວງ ປກສ ກໍຄືພະນັກງານຫຼັກແຫຼ່ງທົ່ວກໍາລັງ ປກສ, ຈົ່ງພາກັນສືບຕໍ່ນໍາພາອ້າຍນ້ອງ ປກສ ປະຕິບັດໜ້າທີວຽກງານຂອງຕົນຢ່າງເຂັ້ມງວດ, ເປັນກໍາ
ລັງຫຼັກແຫຼ່ງປ້ອງກັນຄວາມສະຫງົບໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ຂໍໃຫ້ທ່ານຮອງລັດຖະມົນຕີພ້ອມດ້ວຍຄະຈົ່ງມີສຸຂະພາບແຂງ ແຮງ, ປະສົບຜົນສໍາ
ເລັດໃນໜ້າທີ່ວຽກງານ, ເປັນຕົວແບບຊີ້ນໍາ-ນໍາພາອ້າຍນ້ອງ ປກສ ກ້າວໄປສູ່ຄວາມສໍາເລັດ ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

     ໂອກາດດຽວກັນນີ້, ພົນຕີ ສົມຫວັງ ທໍາມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ດີອົກດີໃຈ ແລະ ຮູ້ບຸນຄຸນມາຍັງຄະນະພັກກະຊວງປ້ອງກັນປະ
ເທດທີ່ມີຄວາມເປັນຫ່ວງເປັນໃຍມາຢ້ຽມຢາມຖາມຂ່າວ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊ່ວຍເຫຼືອເບິ່ງແຍງກະຊວງ ປກສ ມາໂດຍຕະຫຼອດ ແລະ ພວກເຮົາ
ກະຊວງ ປກສ ຢືນຢັນວ່າຈະສືບຕໍ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳລັງ ປກສ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ, ມີ ແບບແຜນທີ່ທັນສະໄໝ
ຍິ່ງໆຂຶ້ນ ເຮັດສໍາເລັດໜ້າທີ່ວຽກງານຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.