ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມລາວ


ພົນໂທ ສຸວອນ ເລືອງບຸນມີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ສປປ ລາວ

     ທ່ານ ພົນເອກ ພອນພິພັດ ເບນຍະສີ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 4 ເມ
ສາ 2019 ນີ້. ເຊິ່ງໃຫ້ກຽດຕ້ອນຮັບຢ່າງເປັນທາງການໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການ
ກອງທັບ ພ້ອມຄະນະຢູ່ກະຊວງປ້ອງກັນປະເທດ.

     ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ພົນເອກ ພອນພິພັດ ເບນຍະສີ ແລະ ຄະນະໃນຄັ້ງນີ້ ເພື່ອມາສະເໜີຕົວໃນໂອກາດ
ທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກໄທຜູ້ໃໝ່ ພ້ອມທັງໄດ້ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນແລກປ່ຽນບົດຮຽນ
ເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຕ່າງໆຮ່ວມກັບຄະນະຜູ້ແທນທາງຝ່າຍລາວ ບົນຈິດໃຈມິດຕະພາບມີຄວາມເຊື່ອໝັ້ນໄວ້ວາງໃຈເຊິ່ງກັນ ແລະ ກັນ ເພື່ອສັນຕິພາບ
ມິດຕະພາບ ແລະ ການຮ່ວມມືທີ່ ຍືນຍົງລະຫວ່າງ 2 ປະເທດ ກໍຄືໃນພາກພື້ນ ໂດຍສະເພາະແມ່ນກົນໄກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ບັນ
ຫາຢາເສບຕິດລວມທັງການໃຫ້ທຶນການສຶກສາແກ່ນາຍທະຫານລາວ ແລະ ບັນຫາອື່ນໆທີ່ທັງສອງຝ່າຍມີຄວາມສົນໃຈບົນຈິດໃຈພ້ອມກັນສືບຕໍ່ແກ້ໄຂບັນຫາທີ່ຍັງຄົງ
ຄ້າງໃຫ້ໝົດໄປຢ່າງເປັນຮູບປະທຳ.

     ໃນໂອກາດດັ່ງກ່າວ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະນາຈັກໄທ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ, ຈາກ
ນັ້ນຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມທັງໄດ້ລາຍງານຈຸດ
ປະສົງ ແລະ ຜົນຂອງການພົບປະແລກປ່ຽນບົດຮຽນກັບທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວໃຫ້ຊາບ, ຫຼັງຈາກນັ້ນຄະນະໄດ້ເດີນທາງໄປທ່ຽວຊົມ
ບັນດາສະຖານທີ່ທ່ອງທ່ຽວສະຖານທີ່ທາງປະຫວັດສາດ ແລະ ວັດທະນະທຳຢູ່ໃນນະຄອນຫຼວງວຽງຈັນອີກຈຳນວນໜຶ່ງ.