ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລາວ-ຣັດເຊຍ ເຊັນບົດບັນທຶກການພົວພັນຮ່ວມມື
ວຽກງານເຕັກນິກການທະຫານຮ່ວມກັນ


ພິທີເຊັນບົດບັນທຶກການພົວພັນຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ

ຄະນະວິຊາການກອງທັບປະຊາຊົນລາວແລະຄະນະວິຊາການກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ

     ໃນລະຫວ່າງວັນທີ 2-4 ເມສາ 2019 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເຊັນບົດບັນທຶກການພົວພັນຮ່ວມມືດ້ານເຕັກນິກການທະ
ຫານລະຫວ່າງຄະນະວິຊາການກອງທັບປະຊາຊົນລາວ ແລະ ຄະນະວິຊາການກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຂຶ້ນ ເຊິ່ງຝ່າຍລາວນຳໂດຍສະຫາຍ ພົນຕີ ປະສິດ
ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ຝ່າຍ ສ ຣັດເຊຍ ນຳໂດຍສະຫາຍ ພົນຈັດຕະວາ ໂກຊິນ ອີໂກຣີ ຫົວໜ້າ
ການບິນກອງທັບເຮືອ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທັງສອງຝ່າຍ.

     ໃນພິທີເຊັນບົດບັນທຶກດັ່ງກ່າວ ທັງສອງຝ່າຍໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນການຮ່ວມມື, ການຊ່ວຍເຫຼືອທາງດ້ານນັກວິຊາການ, ດ້ານເຕັກນິກການທະ
ຫານ ແລະ ການຂົນສົ່ງວັດຖຸອຸປະກອນ, ການເຝິກອົບຮົມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະທີ່ຜ່ານມາ, ການແລກປ່ຽນຄວາມຄິດເຫັນໃນທຸກບັນຫາຂອງ
ການພົວພັນຮ່ວມມືໃນທຸກຂົງເຂດວຽກງານເຕັກນິກການທະຫານ, ປຶກສາຫາລືບັນຫາທີ່ມີຢູ່ ແລະ ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງສອງກອງທັບໃນຕໍ່ໜ້າ
ພ້ອມທັງສະຫຼຸບຕີລາຄາຄືນຜົນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງໄດ້ເປັນເອກະພາບເນື້ອໃນສັນຍາເຂົ້າໃນຮ່າງບົດບັນທຶກການພົບປະເຮັດວຽກຮ່ວມກັນ.
ຈາກນັ້ນທັງສອງຝ່າຍກໍໄດ້ພ້ອມກັນລົງນາມໃນບົດບັນທຶກເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ຖືກຕ້ອງຕາມເນື້ອໃນທີ່ໄດ້ລົງນາມໃນສັນຍາຮ່ວມກັນ.
ການເຊັນບົດບັນທຶກໃນຄັ້ງນີ້ເປັນຂີດໝາຍ ແລະ ບາດກ້າວທີ່ສຳຄັນຂອງການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດວຽກງານເຕັກນິກການທະຫານຂອງທັງສອງກອງ
ທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.