ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາງໄກ​ເຄືອ​ຂ່າ​ຍສະ​ຖາ​ບັນປ້ອງ​ກັນຊາ​ດ ​ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 14


     ວັນທີ 30 ມີນາ-01 ເມສາ 2021 ນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດການ ທະຫານ ໄດ້ເຂົ້າຮ່ວມ
ກອງປະຊຸມທາງໄກປະຈຳປີ 2021 ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 14 (NADI Annual Meeting 14 th), ພາຍ
ໃຕ້ການເປັນປະທານຂອງ ນາງ ອຳພວນ ຢູລາ ກາຊຸມາ ວາຕີ ດາໂຕ ພາດູກາ ຮາຈີແອັດ ນັນ, ຮັກສາການ ຫົວໜ້າອຳນວຍການສະຖາບັນຄົ້ນຄວ້າຍຸດທະ
ສາດປ້ອງກັນຊາດ ສຸລາຕານ ຮາຈິ ຮັດຊັນນໍ ໂບນເກຍ, ກະຊວງປ້ອງກັນປະເທດ ບຣູໄນ ດາລູຊາ ລາມ, ມີບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ ວິ
ຊາການດ້ານຄວາມໝັ້ນຄົງ ຈາກ 9 ປະເທດ ສະມາຊິກອາຊຽນເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມ ນາດີ ປະຈຳປີ ຄັ້ງທີ 14 (NADI Annual 14 th) ຄັ້ງນີ້ແມ່ນຈະໄດ້ເນັ້ນໜັກໃນການປຶກສາຫາກ່ຽວກັບ, ສະພາບຄວາມ
ໝັ້ນຄົງຂອງພາກພື້ນ ແລະ ທົບທວນຄືນກ່ຽວກັບການຮ່ວມມື ແລະ ຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ເພື່ອເສີມສ້າງປະ
ຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນໃນອະນາຄົດ.

     ໂອກາດນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມມີເນື້ອໃນວ່າ: ປັດຈຸບັນພາກພື້ນຍັງສືບຕໍ່ປະເຊີນໜ້າກັບບັນຫາ
ສິ່ງທ້າທາຍ ທາງດ້ານຄວາມໝັ້ນຄົງມັນໄດ້ສ້າງຄວາມວິຕົກກາງວົນໃຫ້ແກ່ຫຼາຍປະເທດ ແລະ ເປັນສາເຫດທີ່ເຮັດໃຫ້ຫຼາຍປະເທດ ໃນພາກພື້ນເພີ່ມງົບປະ
ມານເຂົ້າໃສ່ດ້ານການທະຫານ ເພື່ອຈັດຊື້ອາວຸດທີ່ທັນສະໄໝເຂົ້າໃນກອງທັບຕົນ ແລະ ເພື່ອເປັນການກຽມພ້ອມໃນການຫຮັບມືໄພຂົ່ມຂູ່ດ້ານຄວາມໝັ້ນ
ຄົງ. ນອກຈາກນັ້ນຍັງຈະໄດ້ປະເຊີນໜ້າກັບນະໂຍບາຍການຫັນປ່ຽນດ້ານຍຸດທະສາດຂອງບັນດາປະເທດມະຫາອຳນາດ ແລະ ການຍາດແຍ່ງກັນໃນການສະ
ແດງອິດທິພົນຂອງພວກເຂົາໃນຂົງເຂດເອເຊຍປາຊີຟິກ. ບັນຫາຂໍ້ຂັດແຍ່ງ ແລະ ຄວາມເຄັ່ງຕຶງຄວາມສຳພັນຂອງບັນດາປະເທດມະຫາອຳນາດໄດ້ສ້າງບັນ
ຫາ ແລະ ສົ່ງຜົນກະທົບຕໍ່ດ້ານເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງພາຍໃນ ອາຊຽນ ແລະ ພາກພື້ນ.

     ທ່ານຍັງໄດ້ກ່າວເຖິງການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ຫຼາຍປະເທດ ໃນພາກພື້ນ ແລະ ສາກົນເປັນຕົ້ນແມ່ນການພັດທະນາ
ເສດຖະກິດ, ວັດທະນະທຳ-ສັງຄົມ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນຍໍ້າວ່າ: ປະຊາຄົມອາຊຽນ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັນຢ່າງຈິງຈັງໃນການແກ້ໄຂບັນຫາທ້າ
ທາຍທາງດ້ານຄວາມໝັ້ນຄົງ ແລະ ທາງດ້ານການທະຫານ ເພື່ອເຮັດໃຫ້ອາຊຽນມີຄວາມເຂັ້ມແຂງ.