ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທຶນປົກປັກຮັກສາສິ່ງແວດລ້ອມ​ໃຫ້​ທຶນ 7,9 ຕື້​ກີບຈຳນວນ 11 ໂຄງການຍ່ອຍ


     ພິທີເຊັນສັນຍາສະໜອງທຶນໃຫ້ແກ່ບັນດາໂຄງການຈຳນວນ 11 ໂຄງການ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນ ຢູ່ຕອນເຊົ້າຂອງວັນ
ທີ 29 ມີນາ 2021 ນີ້,ຢູ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດ
ຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມີ ທ່ານ ນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງກອງທຶນປົກປັກຮັກສາສິ່ງແວດ
ລ້ອມ ມີຕົວແທນຈາກຜູ້ເຮັດວຽກງານສິ່ງແວດລ້ອມຈາກ ແຂວງ ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ແຂວງ ວຽງຈັນ, ແຂວງອັດຕະປື, ພ້ອມດ້ວຍອົງການ
ກ່ຽວຂ້ອງ ອ້ອມຂ້າງສູນກາງເຂົ້າຮ່ວມ.

     ສຳຫຼັບການສະໜອງທຶນຄັ້ງນີ້ ກອງທັບປະຊາຊົນລາວ ຕາງໜ້າໂດຍ ກົມວິທະຍາສາດ-ປະຫວັດສາດ ການທະຫານ ມີ 1 ໂຄງການມູນຄ່າ 350 ລ້ານ
ກີບ ເຊິ່ງເປັນການຕໍ່ຍອດໄລຍະ 3 ວຽກງານສ້າງຈິດສຳນຶກວຽກ ງານສິ່ງແວດລ້ອມທົ່ວກອງທັບ ພິມເປັນປື້ມຕຳລາການຮຽນການສອນ ວຽກງານສິ່ງແວດ
ລ້ອມຈຳນວນ 500 ຫົວ ແລະ ການປະເມີນຜົນການເຄື່ອນໄຫວວຽກງານກົມກອງສິ່ແວດລ້ອມດີ ຄ້າຍຂຽວຍຸດທະສາດວິໄສທັດວຽກ ສິ່ງແວດລ້ອມທົ່ວ
ກອງທັບແຕ່ ປີ 2021-2025 ແຜນໄລຍະຍາວ 2020-2030 ເຊິ່ງເປັນວຽກໃໝ່ ຂອງກອງທັບ ຈະໄດ້ຈັດຕັ້ງ ແລະ ຜັນຂະຫຍາຍ ຕາມແນວທາງຂອງ
ພັກ-ລັດ ໃຫ້ປະກົດຜົນເປັນຈິງ.

     ໂອກາດນີ້ ທ່ານ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກ ໃຫ້ທຸກພາກສ່ວນ ທີ່ໄດ້ຮັບໂຄງການຈົ່ງເປັນ
ເຈົ້າການປະຕິບັດຕາມແຜນການໃຫ້ສຳເລັດ ແລ້ວລາຍງານງານຄວາມຄືບໜ້າຂອງໂຄງການເປັນປົກກະຕິສາມາດກວດສອບຄວາມໂປ່ງ ໃສຂາວສະອາດ
ແລະ ທັນກຳນົດ ເວລາຂອງກອງທຶນມີອົງການກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ຊຸກຍູ້ເກັບກຳຂໍ້ມູນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຂອງຕົນ
ແລະ ຖອດຖອນບົດຮຽນສືບຕໍ່ໂຄງການຕໍ່ໄປເຮັດແນວໃດໃຫ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງຊາດມີຄວາມຍືນຍົງອຸດົມສົມບູນ.