ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນທະຫານເຂດ 2 ສສ ຫວຽດນາມ ຢ້ຽມຢາມກອງບັນຊາການທະຫານແຂວງອຸດົມໄຊ

     ໃນວັນທີ 29 ເມສາ 2017 ຜ່ານມານີ້, ກອງບັນຊາການທະຫານແຂວງອຸດົມໄຊ ນຳໂດຍສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການ
ປະຈຳພັກແຂວງ, ເລຂາພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການ ແລະພະນັກງານ
ນັກຮົບ ໄດ້ຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ຈິງ ວັນ ກວຽດ ຫົວໜ້າການ
ເມືອງກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ພ້ອມດ້ວຍຄະນະ.


ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຕ້ອນຮັບຄະນະຜູ້ແທນ
ທະຫານເຂດ 2 ສສ ຫວຽດນາມ ຢ້ຽມຢາມກອງບັນຊາການທະຫານແຂວງ ອຸດົມໄຊ

     ເນື່ອງໃນໂອກາດທີ່ຄະນະຜູ້ແທນກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະພົບປະກັບຄະນະພັກ-ຄະນະກອງບັນ
ຊາການທະຫານແຂວງອຸດົມໄຊ ເຊິ່ງທັງສອງຝ່າຍໄດ້ລາຍງານ ສະພາບໂດຍຫຍໍ້ໃຫ້ກັນຊາບ ໂດຍສະເພາະແມ່ນການຮ່ວມມືຮອບດ້ານລະຫວ່າງສອງກອງ
ບັນຊາການທະຫານແຂວງອຸດົມໄຊ ແລະທະຫານເຂດ 2 ສສ ຫວຽດນາມ ພ້ອມທັງກຳນົດທິດທາງແຜນການຮ່ວມມືນຳກັນໃນຕໍ່ໜ້າ, ບົນຈິດໃຈພ້ອມ
ກັນເສີມຂະຫຍາຍມູນເຊື້ອການພົວພັນສາມັກຄີພິເສດລະຫວ່າງ 2 ກອງບັນຊາການທະຫານແຂວງອຸດົມໄຊ ແລະທະຫານເຂດ 2 ສສ ຫວຽດນາມ ທີ່ມີ
ແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມກ້າວສູ່ລວງເລິກ ແລະມີປະສິດທິຜົນຍິ່ງໆຂຶ້ນ ແລະເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ທ່ານ ພົນຈັດ
ຕະວາ ຈິງ ວັນ ກວຽດ ກໍໄດ້ອວຍພອນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວທະຫານແຂວງ ອຸດົມໄຊ ຈົ່ງມີແຕ່ຄວາມສຸກ, ມີຄວາມເບີກ
ບານມ່ວນຊື່ນ ແລະໄດ້ຮັບຜົນສຳເລັດໃນໜ້າທີ່ວຽກງານ.