ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສະຫຼຸບ ການປະຕິບັດໜ້າທີ່ວຽກງານປ້ອງກັນ, ຄວບຄຸມ
ແລະ ແກ້ໄຂ ພະຍາດໂຄວິດ -19 ໃນໄລຍະຜ່ານມາ

.

     ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດ ການປ້ອງກັນ, ຄວບ
ຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍໄດ້ຈັດຂຶ້ນໃນວັນທີ 04 ພຶດສະພາ 2020, ຢູ່ທີ່ ສະໂມສອນຫ້ອງວ່າການ ກະຊວງ
ປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ
ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ຂັ້ນກະຊວງປ້ອງກັນປະເທດ, ມີບັນດາສະຫາຍອະນຸກໍາມະການ, ຄະນະສະເພາະກິດ 4 ກົມໃຫຍ່, ຫ້ອງການ, ກອງເລຂາ ແລະ
ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຄະນະພັກກົມໃຫຍ່ພະລາທິການກອງທັບ, ຫົວໜ້າກົມເສນາຮັກ, ຫົວໜ້າກອງເລຂາຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ
ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ: ປັດຈຸບັນ ພະຍາດໂຄວິດ-19 ໄດ້ມີການລະບາດ ເປັນວົງກວ້າງໃນທົ່ວໂລກ
ລະບາດໄປແລ້ວ 212 ປະເທດ/ເຂດ, ເຮືອສໍາລານ 2 ລໍາ, ປັດຈຸບັນ ຫຼາຍປະເທດຍັງມີການແຜ່ລະບາດ ມີທ່າອ່ຽງເພີ່ມຂຶ້ນ.

     ສໍາລັບ ສປປ ລາວ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ 19 ກໍລະນີ, ປິ່ນປົວຫາຍດີແລ້ວ 10 ກໍລະນີ. ນັບຕັ້ງແຕ່ພະຍາດໂຄວິດ-19 ມາລະບາດຢູ່ໃນ ສປປ ລາວ ພວກເຮົາກໍໄດ້ຈັດ
ຕັ້ງຮັບສ່ອງແສງ-ລາຍງານສະພາບ ປະຈໍາວັນຢູ່ສູນບັນຊາ ຈາກກອງເລຂາ, ຄະນະສະເພາະກິດຂອງບັນດາກົມໃຫຍ່, ສ້າງແຜນ ແລະ ກວດກາສະຖານທີ່ຮອງຮັບຄົນເຈັບ, ປະກອບ
ອຸປະກອນການແພດ, ຊີ້ນໍາພະນັກງານແພດໝໍກ່ຽວກັບເຕັກນິກວິຊາການ ແລະ ການປ້ອງກັນໂຕເອງ ເວລາປະຕິບັດໜ້າທີ່ຢູ່ໂຮງໝໍແຫ່ງຕ່າງໆ, ຊີ້ນໍາ ແລະ ແຈກຢາຍອຸປະກອນ
ປ້ອງກັນພະຍາດໃຫ້ແຕ່ລະກົມກອງຢ່າງທົ່ວເຖິງ, ສ້າງແຜນຂໍການຊ່ວຍເຫຼືອບັນດາອຸປະກອນການແພດຈາກປະເທດເພື່ອນມິດຍຸດທະສາດ, ລົງເຜີຍແຜ່ຄວາມຮູ້ກ່ຽວກັບຄວາມ
ອັນຕະລາຍຂອງພະຍາດໂຄວິດ-19 ແລະ ວິທີປ້ອງກັນໂຕເອງ ໃຫ້ມີຄວາມປອດໄພໃຫ້ພະນັກງານ-ນັກຮົບ ຢູ່ແຕ່ລະກົມກອງ, ຢູ່ບັນດາອົງການ, ກົມກອງ, ໂຮງຮຽນ, ໂຮງໝໍນັບ
ແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຈັດຕັ້ງຄ້າຍຄູເພື່ອວັດແທກອຸ່ນຫະພູມ, ຕິດຕາມຜູ້ທີ່ສໍາພັດກັບຄົນຕິດເຊື້ອມານອນແຍກປ່ຽວຢູ່ໂຣງໝໍ, ລົງເຜີຍແຜ່ໂຄສະນາໃຫ້ຮູ້ເຖິງຄວາມອັນຕະ
ລາຍຂອງພະຍາດດັ່ງກ່າວ ແລະ ປຸກລະດົມໃຫ້ທົ່ວກອງທັບປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນໃຫ້ຊ່ວຍເຫຼືອແຮງງານລາວ
ທີ່ກັບມາແຕ່ຕ່າງປະເທດ, ນໍາໃຊ້ພາຫະນະທັງໜ້າດິນ ແລະ ອາກາດທີ່ໄດ້ຮັບການຊ່ວຍເຫຼືອ, ໄດ້ຕ້ອນຮັບຄະນະຊ່ຽວຊານການແພດຈາກກອງທັບ ສ ຫວຽດນາມ ແລະ ກອງທັບ
ປົດປ່ອຍປະຊາຊົນຈີນ ທີ່ມາເຮັດວຽກຢູ່ ສປປ ລາວສ້າງແຜນງົບປະມານວຽກງານເສດຖະກິດ, ວຽກງານຮັບປະກັນເພື່ຶອຮັບໃຊ້ໃຫ້ຄະນະສະເພາະກິດຂອງກະຊວງປ້ອງກັນປະ
ເທດ ໃນເວລາລົງເຄື່ອນໄຫວຢູ່ກົມກອງ, ແກ້ໄຂວຽກງານຮັບປະກັນໃຫ້ຄະນະສະເພາະກິດ, ໄດ້ເຄື່ອນໄຫວ ສີດຢາຂ້າເຊື້ອພະຍາດຢູ່ກະຊວງປ້ອງກັນປະເທດ ແລະ ກົມກອງຢູ່ຂອບ
ເຂດນະຄອນຫຼວງວຽງຈັນ.

     ພ້ອມນີ້ ຍັງໄດ້ຮັບຟັງການລາຍງານບັນດາເຄື່ອງຊ່ວຍເຫຼືອຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນກອງປະຊຸມຄະນະຮັບຜິດຊອບແຕ່ລະວຽກກໍໄດ້ລາຍງານສະພາບການປະຕິ
ບັດຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຊາບ.

     ໂອກາດນີ້ ສະຫາຍ ປະທານ ກອງປະຊຸມຍັງໄດ້ໃຫ້ທິດຊີ້ນຳຄະນະສະເພາະກິດ ເຊິ່ງສະຫາຍໄດ້ຊົມເຊີຍການປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງຄະນະສະເພາະກິດ ກະຊວງປ້ອງ
ກັນປະເທດ ທີ່ໄດ້ປະຕິບັດຢ່າງເຂັ້ມງວດ ຈົນເຮັດໃຫ້ອ້າຍນ້ອງພະນັກງານ-ນັກຮົບ ບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ, ເຊິ່ງທັງໝົດກໍແມ່ນຍ້ອນພັກ-ລັດຖະບານ ໄດ້ວາງມາດຕາການ
ອອກມາຢ່າງເຂັ້ມງວດ.

     ພ້ອມດຽວກັນນີ້ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະສະເພາະກິດຂັ້ນກະຊວງ ແລະ ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເອົາໃຈໃສ່ຢ່າງມີສະຕິ ຢ່າປະໝາດ ເຮັດຢ່າງຈິ່ງຈັງ, ສືບ
ຕໍ່ປະຕິບັດຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.