ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19
ເດີນທາງມາເຖິງນະຄອນຫຼວງວຽງຈັນ ຢ່າງຮີບດວ່ນ ແລະ ທັນການ


     ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍ
ວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ.

     ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້
ໄຂ ການລະບາດພະຍາດໂຄວິດ-19 ພ້ອມດ້ວຍຄະນະ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງ
ຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ
ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງ
ສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນ
ທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກ
ຄະລັດຖະທູດຈີນປະຈຳລາວ ກ່າວວ່າ: ສອງປະເທດຈີນ-ລາວ ເປັນຄູ່ຮ່ວມຊາຕາກໍາທີ່ຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ.

     ເມື່ອໄດ້ຮູ້ຂ່າວວ່າລາວກຳລັງຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຊິ່ງຖືເປັນໄລຍະທີ່ຫຍຸ້ງຍາກແລະມີຄວາມສ່ຽງສູງແລ້ວ,
ແຕ່ພັກ, ລັດຖະບານຈີນ, ກໍຄືຄະນະຜູ້ຊ່ຽວຊານການແພດຈີນກໍໄດ້ຕັດສິນໃຈຢ່າງເດັດຂາດມາໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວຢ່າງຮີບດວ່ນ ແລະ ທັນ
ການ. ທ່ານກ່າວຕື່ມວ່າ: ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ, ລັດຖະບານຈີນຍັງໄດ້ກຽມອຸປະກອນການແພດຕ້ານພະຍາດ
ໂຄວິດ-19 ອີກຊຸດໜຶ່ງໃຫ້ແກ່ ສປປ ລາວມູນຄ່າ10ລ້ານຢວນ,ເຊິ່ງປະກອບມີຜ້າປິດປາກການແພດ, ຊຸດປ້ອງກັນທາງການແພດ, ເຄື່ອງກວດຫາເຊື້ອພະ
ຍາດ, ວັດຖຸປ້ອງກັນແລະເຄື່ອງປິ່ນປົວອື່ນໆ.

     ອຸປະກອນເຫຼົ່ານີ້ມີຈໍານວນໜຶ່ງໄດ້ມາພ້ອມກັບຄະນະຜູ້ຊ່ຽວຊານການແພດແລ້ວ, ສ່ວນທີ່ເຫຼືອຈະມາເຖິງສປປລາວດ້ວຍຍົນເໝົາລໍາໃນໄວໆນີ້. ຂ່າວ
ແຈ້ງວ່າ, ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານທີ່ເປັນຜູ້ຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິ
ເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ຄະນະນີ້ຈະປະສານສົມທົບກັບຝ່າຍລາວເພື່ອວາງແຜນຄວບຄຸມແລະປິ່ນປົວ, ຍົກລະດັບວິ
ຊາການແລະຄວາມສາມາດຮັບມືກັບພະຍາດຂອງແພດໝໍ ກໍຄືຄົ້ນຄວ້າແລະວິເຄາະກ່ຽວກັບການແຜ່ລະບາດ.

     ອີງຕາມສະຖິຕິຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ມາຮອດວັນທີ 4 ພຶດສະພານີ້, ສປປ
ລາວ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 1026 ຄົນ, ໃນນັ້ນ ປິ່ນປົວດີແລ້ວ 60 ຄົນ ແລະ ກຳລັງປິ່ນປົວ 966 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/05/2021