ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທູດກຳປູເຈຍຄົນໃໝ່

     ໃນຕອນບ່າຍຂອງວັນທີ 2 ມິຖຸນາ 2017 ນີ້, ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ
ປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊງ ມານິດ ເນື່ອງໃນໂອກາດມາດຳລົງຕໍາແໜ່ງເປັນເອກອັກຄະລາດຊະທູດແຫ່ງ ຣາຊະອານາ
ຈັກກຳປູເຈຍຄົນໃໝ່ປະຈຳ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດກຳປູເຈຍຄົນໃໝ່

     ໃນໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ທ່ານໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລາດຊະ
ທູດແຫ່ງ ຣາຊະອານາຈັກກຳປູເຈຍປະຈຳລາວຄົນໃໝ່, ພ້ອມທັງສະແດງຄວາມຊົມເຊີຍຕໍ່ສາຍພົວພັນມິດຕະພາບອັນດີງາມທີ່ເປັນມູນເຊື້ອມາເປັນເວລາ
ຍາວນານ ລະຫວ່າງສອງຊາດລາວ-ກຳປູເຈຍ, ເຊິ່ງຫວັງວ່າທ່ານຈະປະຕິບັດໜ້າທີ່ການທູດຂອງຕົນ ເພື່ອປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດ
ຕະພາບທີ່ເປັນມູນເຊື້ອດັ່ງກ່າວໃຫ້ນັບມື້ນັບມີການພັດທະນາດີຂຶ້ນ. ພ້ອມດຽວກັນນີ້ ທ່ານ ແຊງ ມານິດ ໄດ້ສະແດງຄວາມຂອບອົກຂອບໃຈໃນການຕ້ອນ
ຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມຄວາມພະຍາຍາມເພື່ອປະກອບສ່ວນໃນການຮ່ວມມືລະຫວ່າງສອງຊາດ ກຳປູເຈຍ-ລາວ ໃຫ້ນັບມື້ນັບຂະ
ຫຍາຍຕົວຂຶ້ນໃນທຸກດ້ານອຳນວຍຄວາມສະດວກໃຫ້ປະຊາຊົນທັງສອງຊາດກຳປູເຈຍ-ລາວ ໄດ້ໄປມາຫາສູ່ສ້າງເສດຖະກິດນັບມື້ນັບດີຂຶ້ນ.