ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ຈັດກິດຈະກຳປູກຕົ້ນໄມ້

     ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ, ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ກົມໃຫຍ່ເຕັກ
ນິກກອງທັບໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2017 ນີ້, ຢູ່ທີ່ໂຮງງານ ອ 410 ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນຕີ ແອ
ສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ມີບັນດາທ່ານຕາງໜ້າຈາກ 6 ກົມ,
3 ຫ້ອງ, ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາໂຮງງານ ອ 410, ຄະນະພັກ-ຄະນະບັນຊາຈາກກົມກອງອ້ອມຂ້າງ ແລະ ພະນັກ
ງານ-ນັກຮົບເຂົ້າຮ່ວມຢ່າງເປັນຂະບວນການ.


ພົນຕີ ແອສະໄໝ ເລືອງວັນໄຊ ເຂົ້າຮ່ວມຈັດກິດຈະກໍາປູກຕົ້ນໄມ້ຢູ່ກົມໃຫຍ່ເຕັກນິກກອງທັບ

     ທ່ານ ພົນຈັດຕະວາ ຄໍາພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໃຫ້ຮູ້ວ່າ: ການຈັດກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ແມ່ນມີຄວາມໝາຍ
ຄວາມສໍາຄັນໃນຂົງເຂດວຽກງານປົກປັກຮັກສາສະພາບແວດລ້ອມ ກໍຄືຊັບພະຍາກອນປ່າໄມ້ໃຫ້ຂຽວສົດງົດງາມ, ເພາະປ່າໄມ້ເປັນແຫຼ່ງທີ່ອຸດົມສົມບູນ
ແລະ ມີຄວາມສໍາຄັນຕໍ່ສິ່ງທີ່ມີຊີວິດ ສະນັ້ນຈຶ່ງພ້ອມກັນປູກຕົ້ນໄມ້ ແລະ ບົວລະບັດຮັກສາໃຫ້ຈະເລີນເຕີບໂຕໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ເບ້ຍໄມ້
ທີ່ນໍາມາປູກມີເບ້ຍໄມ້ດູ່, ໄມ້ໃຫ້ໝາກ ແລະ ຕົ້ນໄມ້ຊະນິດອື່ນໆລວມ 1.000 ກວ່າຕົ້ນ, ທັງນີ້ເພື່ອປູກຈິດສໍານຶກໃຫ້ພະນັກງານ-ນັກຮົບຮູ້ເຖິງຄຸນຄ່າປ່າ
ໄມ້ທັງເປັນການປົກປັກຮັກສາປ່າໄມ້ໃຫ້ເປັນປ່າ, ເພີ່ມເນື້ອທີ່ສີຂຽວປົກຄຸມໄປດ້ວຍຕົ້ນໄມ້ນາໆຊະນິດຈະເລີນຂຽວງາມ.