ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມ-ແມ່ຍິງກອງບັນຊາການທະຫານອາກາດ


ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າ ການເມືອງກອງບັນຊາການທະຫານອາກາດ ​ເປັນ​ປະທານ

     ກອງບັນຊາການທະຫານອາກາດ ໄດ້ປະກາດແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ທີ່ຂຶ້້ນກັບກອງບັນຊາການທະຫານອາກາດ, ໃນນັ້ນໄດ້ຕົກລົງແຕ່ງຕັ້ງ ສະຫາຍ
ຮ້ອຍເອກ ສົມພູວຽງ ມິດໄຊສີ ເປັນເລຂາໜ່ວຍຊາວໜຸ່ມ ກອງບັນຊາການທະຫານອາກາດ, ສະຫາຍ ຮ້ອຍເອກ ນິຍົມ ບັນດາສັກ ເປັນຮອງເລຂາໜ່ວຍ ແລະ ສະຫາຍ
ຮ້ອຍເອກ ນາງ ລາມີ ຄອງເຊືອງ ເປັນກໍາມະການ, ພ້ອມດຽວກັນນັ້ນກໍໄດ້ປະກາດແຕ່ງຕັ້ງ ສະຫາຍ ພັນຕີ ນາງ ຄໍາສຸກ ເຮືອງພະຈິກ ເປັນຫົວໜ້າ ໜ່ວຍສະຫະພັນແມ່ຍິງ
ກອງບັນຊາການທະຫານອາກາດ, ສະຫາຍ ພັນຕີ ນາງ ເພັດສະໝອນ ວິໄລທອງ ເປັນຮອງເລຂາໜ່ວຍ ແລະ ສະຫາຍ ພັນຕີ ນາງ ຄໍາສົດ ພອນວິຈິດ ເປັນກໍາມະການ. ພິ
ທີດັ່ງກ່າວຈັດຂຶ້ນໃນວັນທີ 4 ມີຖຸນານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າ ການເມືອງກອງບັນຊາການທະຫານ
ອາກາດ, ມີຜູ້ຕາງໜ້າຫ້ອງການ, ພະແນກການ, ຕະຫຼອດຮອດອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

     ການປະກາດແຕ່ງຕັ້ງຄະນະໜ່ວຍ ຊາວໜຸ່ມ-ແມ່ຍິງຂຶ້້ນ ກໍເພື່ອປະຕິບັດຕາມກົດລະບຽບຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກົດລະບຽບຂອງສູນກາງສະ
ຫະພັນແມ່ຍິງລາວ ວ່າດ້ວຍການຈັດຕັ້ງຊາວໜຸ່ມ-ແມ່ຍິງ ໃນກໍາລັງປະກອບອາວຸດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຮອບດ້ານ ທັງ
ເປັນການຍົກສູງ ພາລະບົດບາດ, ຂອບເຂດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະຊາວໜຸ່ມ-ແມ່ຍິງ ພາຍໃນກົມກອງ ໃຫ້ສູງຂຶ້້ນເທື່ອລະກ້າວເພື່ອພ້ອມກັນເຮັດ
ສໍາເລັດໜ້າທີ່ ການເມືອງຂອງຕົນ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ກໍໄດ້ເນັັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ
ຕົນ, ເອົາໃຈໃສ່ສຶກສາອົມຮົບການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມ-ແມ່ຍິງ ເປັນບັນຫາສໍາຄັນສອດຫ້ອຍເຂົ້າໃນວຽກງານຕົວຈິງ, ເປັນເຈົ້າການເຕົ້າໂຮມຄວາມສາ
ມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່
ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.