ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວາງສີລາລຶກກໍ່ສ້າງອາຄານ,ສໍານັກງານກອງບັນຊາການທະຫານອາກາດ

     ວັນທີ 03 ກໍລະກົດ 2021 ນີ້,ໄດ້ຈັດພິທີວາງສີລາລຶກ ກໍ່ສ້າງອາຄານ, ສໍານັກງານກອງບັນຊາການທະຫານ ອາກາດ ໂດຍການເຂົ້າຮ່ວມເປັນປະທານ
ຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງ
ພະຈັນ ຜູ້ບັນຊາການທະຫານອາກາດ, ສະຫາຍ ພັນເອກ ພິເສດ ຫຼີປິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາລາວ, ທ່ານ ນາງ ສຸ້ຍ ຈີ້ໝີງ ຄະນະ
ບໍລິຫານກຸ່ມບໍລິສັດຟຣອນທີເອີຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານທີ່ກ້ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານ ກອງບັນຊາການທະຫານອາ
ກາດ ຄັ້ງນີ້ເປັນຈຸດເລີ່ມຕົ້ນ ແລະ ເປັນສັນຍານທີ່ດີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ເຮົາ ກໍຄືກອງບັນຊາການທະຫານອາກາດ
ໃນການເປັນເຈົ້າປ້ອງກັນນ່ານຟ້າຕາມແນວທາງນະໂຍບາຍທີ່ພັກແລະລັດຖະບານ ໄດ້ກໍານົດໄວ້ນັ້ນຄື: ຫັນກອງທັບເຂົ້າສູ່ແບບແຜນທັນສະໄໝສາມາດ
ຮັບໃຊ້ການບິນ ແລະ ບິນສູ້ຮົບປົກປັກຮັກສານ່ານຟ້າຂອງ ສປປ ລາວ; ການກໍ່ສ້າງອາຄານ, ສໍານັກງານກອງບັນຊາການທະຫານອາກາດ ໃນຄັ້ງນີ້ແມ່ນການ
ຊ່ວຍເຫຼື່ອ ຮ່ວມມື ລະຫວ່າງ ສປປ ລາວ- ສປຈີນ ,ສໍາລັບກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ບໍລິສັດຟຣອນທີອີ ແຫ່ງ ສປ ຈີນ
ຜ່ານມາເຄີຍໄດ້ພົວພັນຮ່ວມມືນໍາກັນມາແລ້ວ ແລະ ໄດ້ລົງນາມເຊັນບົດບັນທຶກສັນຍາຮ່ວມກັນໃນໂຄງການກໍ່ສ້າງ,ສໍານັກງານ ກອງບັນຊາການທະຫານ
ອາກາດ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ.

     ສະນັ້ນ, ພິທີວາງສີລາລຶກ ໂຄງການກໍ່ສ້າງອາຄານ, ສໍານັກງານ ກອງບັນຊາການທະຫານອາກາດ ແມ່ນປະຕິບັດຕາມສັນຍາ ໄວ້ໃນ ວັນທີ 22 ທັນວາ
2020 ໃຫ້ປະກົດຜົນເປັນຈິງ. ທ່ານ ນາງ ສຸ້ຍ ຈີ້ໝີງ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນຄູ່ຮ່ວມມືທາງດ້ານຍຸດທະສາດ, ເປັນເພື່ອນທີ່ສະໜິດສະ
ໜົມໃນເສັ້ນທາງການສ້າງສັງຄົມນິຍົມ ນັບແຕ່ບໍລິສັດ ຟຣອນທີອີ ໄດ້ເຂົ້າມາດໍາເນີນທຸລະກິດຢູ່ ສປປ ລາວໃນ ປີ 2017 ບໍລິສັດ ຟຣອນທີເອີ ໄດ້ເອົາໃຈ
ໃສ່ພົວພັນກັບບັນດາອົງການລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ໂດຍສະເພາະແມ່ນກະຊວງປ້ອງກັນປະເທດບົນພື້ນຖານການປົກປັກ
ຮັກສາ ແລະ ເສີມຂະຫຍາຍມິດຕະພາບລາວ-ຈີນ ອັນເປັນມູນເຊື້ອ, ປະສານກັບກະຊວງປ້ອງກັນປະເທດກໍຄືກອງບັນຊາການທະຫານອາກາດ ເພື່ອປະກອບ
ສ່ວນເຂົ້າໃນວຽກງານການພັດທະນາ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ສ້າງສາພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານຄວາມໄວ້ເນື້ອ
ເຊື່ອໃຈກັນ, ຊ່ວຍເຫຼືອກັນ ແລະ ມີຜົນປະໂຫຍດຮ່ວມກັນ, ສົ່ງເສີມການຈັດຕັ້ງປະຕິບັດພາລະໜ້າທີ່ທາງດ້ານສັງຄົມຂອງບໍລິສັດ ສປຈີນຢ່າງເປັນຈິງ, ປະ
ກອບສ່ວນໃນການພັດທະນາສາຍພົວພັນຮ່ວມມືທີດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມເຈລະຈາທີ່ດີຕໍ່ກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/07/2021