ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ 29 ຄົນເປັນກໍລະນີນຳເຂົ້າ

     ວັນທີ 04 ກໍລະກົດ ປີ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມ
ດ້ວຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ,
ຜູ້ປະຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ, ຈະຖະແຫຼງຂ່າວ ກ່ຽວກັບ ການສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ
ການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 5 ຫາ 19 ກໍລະກົດ 2021 ພ້ອມທັງ ສະພາບໂຄວິດ-19 ໃນ ສປປ ລາວ ແລະ ບັນດາຂໍ້ແນະນຳ.

     ມາຮອດວັນທີ 03 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.717 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ, ຈາກ ສະຫວັນນະເຂດ
9 ຄົນ, ຈຳປາສັກ 17 ຄົນ, ສາລະວັນ 1 ຄົນ, ແຂວງວຽງຈັນ 2 ຄົນ ແລະ ຄຳມ່ວນ 3 ຄົນ. ສຳລັບ ສະຫວັນນະເຂດ, ຈຳປາສັກ ແລະ ຄຳມ່ວນ ແມ່ນ
ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ສ່ວນ ແຂວງວຽງຈັນ ແລະ ສາລະ
ວັນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.244 ຄົນ
(ມື້ວານນີ້ ພວກເຮົາກວດພົບ ແຂວງຄຳມ່ວນ 1 ຄົນ ເຊິ່ງແມ່ນຜູ້ຕິດເຊື້ອເກົ່າທີ່ມາກວດຄືນ ສະນັ້ນ ປະຈຸບັນ ຜູ້ຕິດເຊື້ອສະສົມທັງໝົດ ແມ່ນ 2.244
ຄົນ), ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 210 ຄົນ. ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ
ແມ່ນມີ 12 ບ້ານ ໃນ 06 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ. ສຳລັບ ບ້ານໃໝ່ທີ່ຖືກກຳ
ນົດເປັນເຂດແດງ (ບໍ່ມີ), ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 1 ບ້ານ ຄື: ບ້ານໂພນສີນວນ, ເມືອງສີສັດຕະນາກ. ການລະ
ບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ສັງເກດເຫັນວ່າ ຢູ່ທົ່ວໂລກ ແມ່ນຫຼຸດລົງເລັກນ້ອຍ ແຕ່ປະເທດອ້ອມຂ້າງ ທີ່ມີຊາຍແດນຕິດຈອດກັບ ສປປ
ລາວ ເຮົາ ຍັງສືບຕໍ່ມີການລະບາດພາຍໃນຊຸມຊົນຢ່າງຕໍ່ເນື່ອງ ມີລາຍງານຜູ້ຕິດເຊື້ອໃໝ່ 6 ພັນກວ່າຄົນ ພາຍໃນມື້ດຽວ ເຊິ່ງມີຄວາມສ່ຽງສູງ ທີ່ຜູ້ເດີນ
ທາງ ຈາກປະເທດ ດັ່ງກ່າວ ເຂົ້າມາ ສປປ ລາວ ຈະນຳເອົາເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າມາແຜ່ລະບາດໃນປະເທດຂອງພວກເຮົາ, ຕໍ່ກັບສະພາບການດັ່ງ
ກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ
ລາວ ຕາມຊ່ອງທາງທຳມະຊາດ ເຊິ່ງພວກທ່ານ ຈະເຫັນໄດ້ຈາກສື່ຕ່າງໆທີ່ເປັນທາງການ ໄດ້ປະກາດຫາ ຜູ້ທີ່ລັກລອບເຂົ້າມາ, ຖ້າຫາກທ່ານພົບເຫັນບຸກຄົນ
ດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມ
ທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ. ອີກເທື່ອໜຶ່ງ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງສະຕິ ເປັນເຈົ້າຕົນເອງ
ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງ
ທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີສ່ວນຜະສົມເຫຼົ້າ 70% ຂຶ້ນໄປ, ຫຼີກລ້ຽງການ
ເດີນທາງໄປສະຖານທີ່ແອອັດ ແລະ ທີ່ມີຄວາມສ່ຽງ. ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່
ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ ເຊິ່ງການປະຕິບັດທັງ
ໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການລະບາດຮອບໃໝ່.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/07/2021