ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ແຕ່ງ​ຕັ້ງຮອງຫົວໜ້າອໍານວຍການໂຮງໝໍບໍລິເວນ 109


ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

     ກອງປະຊຸມປະກາດການແຕ່ງຕັ້ງຮອງ ຫົວໜ້າ ອໍານວຍການ ​ແລະ​ ບາງ​ຕຳ​ແໜ່ງ ໂຮງໝໍບໍລິເວນ 109 ໄດ້ຈັດຂຶ້ນໃນ ວັນທີ 4 ສິງຫາ 2020 ຢູ່ທີ່ ໂຮງໝໍບໍລິເວນ
109 ໂດຍການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ມີຄະນະພັກ-ຄະນະບັນຊາ, ກົມກອງ, ພະແນກການ
ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.

     ອີງຕາມກົດໝາຍ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງກົງຈັກການຈັດຕັ້ງນຳພາ-ບັນຊາໃນ
ກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມໜັງສືສະເໜີຂອງ ກົມໃຫຍ່ພະລາທິການ ແລະ
ອີງຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ລຳທອງ ແສງວົງຄຳ ເປັນຮອງ ຫົວໜ້າ ອຳນວຍການ ໂຮງ
ໝໍບໍລິເວນ 109, ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ສຸພານິມິດ ອາດບັນດິດ ເປັນ ຫົວໜ້າ ພະແນກພາຍນອກ ແຕ່ງຕັ້ງ
ສະຫາຍ ພັນຕີ ຂັນທະວີສຸກ ພຸດຈັນທອນ ເປັນຫົວໜ້າ ພະແນກກວດພາຍນອກ ແລະ ແຕ່ງຕັ້ງຂັ້ນຫົວໜ້າຂະແໜງທີ່ຂຶ້ນກັບ ໂຮງໝໍບໍລິເວນ 109 ອີກຈຳນວນໜຶ່ງ.

     ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານແພດໝໍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈ
ໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານແພດໝໍໃຫ້ມີຄວາມໜັກແໜ້ນ ໂດຍສະເພາະດ້ານວຽກງານການແພດ ຮັບປະກັນການປິ່ນປົວສຸຂະພາບຂອງ
ພະນັກງານນັກຮົບກໍຄືພໍ່ແມ່ປະຊາຊົນ ໃຫ້ມີສຸຂະພາບແຂງແຮງ, ປະຕິບັດວຽກງານວິຊາສະເພາະກໍຄືວຽກງານການແພດສຸມໃສ່ການຕອບຕ້ານກັບພະຍາດຕ່າງໆທີ່ເກີດ
ຂຶ້ນ ໂດຍສະເພາະແມ່ນພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງຢ່າງເຂັ້ມງວດ.