ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດໍາເນີນກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນສູນກາງ
ຄຸ້ມຄອງຢູ່ອົງຄະນະພັກ ກະຊວງປ້ອງກັນປະເທດ ຮອບທີ 2


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ

     ວັນທີ 4 ສິງຫາ 2022 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ດໍາເນີນກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ
ຂັ້ນ ສູນກາງຄຸ້ມຄອງຢູ່ອົງຄະນະພັກ ກະຊວງປ້ອງກັນປະເທດ ຮອບທີ 2 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ
ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະ
ນະບໍລິຫານງານພັກກະຊວງ, ຄະນະພັກບັນດາກົມໃຫຍ່, ກອງພົນ, ວິທະຍາຄານ, ກອງບັນຊາການເຫຼົ່າຮົບ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່,
ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດທົ່ວກອງທັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນ
ລາຍງານກ່ຽວກັບຜົນການທາບທາມສ້າງແຜນກໍານົດພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກກະຊວງປ້ອງກັນປະເທດ ຮອບທີ 1 ມີບັນ
ດາສະຫາຍຜູ້ແທນຕາງໜ້າກຳລັງຫຼວງ ແລະ ທ້ອງຖິ່ນຈໍານວນເປົ້າໝາຍເຂົ້າຮ່ວມທາບທາມຕົວຈິງ 292 ສະຫາຍ, ຍິງ 5 ສະຫາຍ ໃນຈໍານວນທີ່ຄາດຄະ
ເນເຂົ້າຮ່ວມ 387 ສະຫາຍ, ຍິງ 7 ສະຫາຍ; ຂາດ 45 ສະຫາຍ (ເຫດຜົນໄປເຄື່ອນໄຫວປະຕິບັດໜ້າທີ່ຢູ່ພາຍໃນ ແລະ ຕ່າງປະເທດ). ຜ່ານການດໍາເນີນ
ການທາບທາມຕົວຈິງ ສາມາດສັງເກດເຫັນວ່າຕໍ່ກັບບັນດາສະຫາຍທີ່ພວມດຳລົງຕຳແໜ່ງປັດຈຸບັນ ແມ່ນຍັງໄດ້ຮັບຄວາມໄວ້ວາງໃຈຈາກບັນດາ ສະຫາຍ
ພະນັກງານນໍາພາຫຼັກແຫຼ່ງພາຍໃນ ກະຊວງປ້ອງກັນປະເທດ ເຊິ່ງໄດ້ສະແດງອອກໃນຜົນຄະແນນຄືໄດ້ຄະແນນ 85% ຂຶ້ນໄປຂອງຈຳນວນຂອງຜູ້ເຂົ້າຮ່ວມ;
ຕໍ່ກັບຄໍາເຫັນສົ່ງຂ່າວແມ່ນບໍ່ທັນມີອັນໃດທີ່ເປັນຈຸດອ່ອນພື້ນຖານ ຫຼື ມີລັກສະນະໂຄ້ນລົ້ມໂຈມຕີອັກຄະຕິ ເຊິ່ງສະແດງອອກໃນດຳເນີນກອງປະຊຸມໃນຄັ້ງ
ນີ້ເຫັນສ່ວນຫຼາຍເວົ້າເຖິງ ແຕ່ດ້ານອາຍຸກະສຽນ. ຕໍ່ກັບເປົ້າໝາຍສະເໜີໃໝ່ໃນແຕ່ລະຕຳແໜ່ງ ເຊິ່ງຜ່ານການຕົກລົງເຫັນດີເປັນເອກະພາບຂອງ ຄະນະປະ
ຈຳພັກ ກະຊວງປ້ອງກັນປະເທດໄດ້ເອົາລົງທາບທາມໃນຮອບທີ 2. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເນັ້ນໃຫ້ບັນດາສະຫາຍ
ຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໃນການໃຊ້ສິດ ປະຊາທິ
ປະໄຕ ເຕັມສ່ວນ, ສຸມສະຕິປັນຍາໃສ່ໃນການຄົ້ນຄວ້າ, ຄັດເລືອກເອົາເປົ້າໝາຍຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ເພື່ອໃຫ້ຖືກກັບທິດນໍາຂອງພັກໃນສະ
ເພາະໜ້າ ແລະ ຍາວນານໃນຮອບຕໍ່ໄປນີ້, ຕ້ອງເລືອກເຟັ້ນໃຫ້ໄດ້ ສະຫາຍ ທີ່ມີທັດສະນະທາງດ້ານການເມືອງ ໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ,
ເປັນຜູ້ທີ່ທັດສະນະພັກນໍາພາ, ທັດສະນະຊົນຊັ້ນ, ທັດສະນະອອກແຮງງານ, ທັດສະນະວິໄສທັດຕໍ່ບຸກຄົນ, ທັດສະນະປະຫວັດສາດ ແລະ ຕົ້ນກໍາເນີດອັນແນ່
ນອນຕົ້ນຕໍແມ່ນຢາກໃຫ້ ພວກສະຫາຍເບິ່ງໃນຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານລວມຂອງການນໍາພາ-ບັນຊາ, ມີຄວາມຈູບຈ້າວຫ້າວຫັນ, ເຮັດສໍາ
ເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຕາມຄວາມຮັບຜິດຊອບ, ມີຄວາມຈິງໃຈສັດຊື່ສຸດຈະລິດເຂົ້າມາເປັນພະນັກ ງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມ
ຄອງຂອງ ກະຊວງປ້ອງກັນປະເທດ ເພື່ອບັນຈຸເຂົ້າໃນແຜນກໍານົດໃນຊຸມປີຕໍ່ໜ້າໃນການນໍາພາກອງທັບເຮົາໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝ..

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/08/2022