ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ
ເດີນທາງມາຢ້ຽມຢາມ ແລະ ສະແດງຢູ່ນະຄອນຫຼວງວຽງຈັນ

     ຄະນະສິລະປະກອນທະຫານ ເຂດ 7 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ສະແດງໃຫ້ພະນັກງານ-ນັກຮົບ ແລະ ມວນຊົນ
ຊາວນະຄອນຫລວງວຽງຈັນ ໄດ້ຮັບຊົມ ໃນຕອນຄໍ່າຂອງວັນອາທິດ ວັນທີ 3 ກັນຍາ 2017 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດລາວ ໂດຍການ ເຂົ້າຮ່ວມ
ຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ ແລະ
ຄະນະ, ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລາດຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ
ອ້ອມຂ້າງສູນກາງ, ຫົວໜ້າກົມ, ຫ້ອງການ, ກົມກອງຕະຫລອດຮອດ ພະນັກງານນັກຮົບຈາກສອງກໍາລັງ ປກຊ-ປກສ ແລະ ມວນຊົນ ຊາວນະຄອນຫຼວງ
ວຽງຈັນເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.


ທ່ານ ພົນໂທຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຮັບຊົມສິລະປະກອນທະຫານເຂດ 7 ກອງທັບປະຊາຊົນ ຫວຽດນາມ

     ໃນພິທີສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫລັບແສງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ສະຫາຍ
ພົນຈັດຕະວາ ເຈິນ ຫິ້ວ ຕ່າຍ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ໄດ້ຜັດປ່ຽນກັນກ່າວ ມີຄໍາເຫັນເຊິ່ງ
ເນື້ອໃນໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ມີມູນເຊຶ້ອມາແຕ່ດົນນານຂອງສອງປະເທດລາວ-ຫວຽດນາມ, ເປັນປະເທດທີ່ມີຊາຍແດນຕິດ
ຈອດກັນ, ປະຊາຊົນສອງຊາດມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນຄຽງບ່າຄຽງໄຫລ່ຕໍ່ສູ້ຕີສັດຕູໂຕດຽວກັນ, ຮ່ວມສຸກ, ຮ່ວມ
ທຸກ, ຮ່ວມຂຸມຄອງສູ້ຮົບ, ຜ່ານຄວາມຫຍຸ້ງຍາກລໍາບາກກາກ ກໍາທີ່ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງທັງຊີວິດ ແລະ ຊັບສິນ, ຢາດເລືອດສີແດງ
ຂອງນັກຮົບປະຕິວັດສອງຊາດ ໄດ້ໄຫຼອາບຍ້ອມປິຕຸພູມອັນແສນຮັກຂອງສອງປະເທດບໍ່ຈັກວ່າທໍ່ໃດເພື່ອແລກເອົາຄວາມເປັນເອກະລາດອິດສະຫລະພາບມາ
ໃຫ້ສອງຊາດລາວ-ຫວຽດນາມ ເຮັດໃຫ້ຄວາມຜູກພັນກາຍເປັນກົດເກນ, ກາຍເປັນມູນເຊຶ້ອແຫ່ງຄວາມສາມັກຄີພິເສດທີ່ບໍລິສຸດ ຜຸດຜ່ອງ ແລະເປັນມໍລະ
ດົກອັນລໍ້າຄ່າຂອງສອງຊາດທີ່ຫາຍາກ ໃນໂລກ.

     ການມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະທະຫານເຂດ 7 ກອງທັບປະຊາຊົນຫວຽດນາມອ້າຍນ້ອງໃນຄັ້ງນີ້, ແມ່ນສຸດທີ່ມີຄວາມ
ໝາຍສໍາຄັນເປັນຢ່າງຍິ່ງປະກອບສ່ວນ ເຂົ້າໃນການສ້າງບັນຍາກາດເບີກບານມ່ວນຊື່ນສະເຫຼີມສະຫລອງ ປີສາມັກຄີມິດຕະພາບພິເສດໂດຍສະເພາະກໍ່ຄືວັນ
ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບ
ຮອບ 40 ປີ, ພ້ອມດຽວກັນນີ້, ກໍພໍດີແມ່ນວັນສະຖາປະນາສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 72 ປີ, ທັງນີ້ເພື່ອເພີ່ມພູນຄູນສ້າງສາຍພົວ
ພັນມິດຕະພາບຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ, ເປັນການປຸກລະດົມກໍາລັງໃຈນາຍ ແລະ ພົນທະຫານ ກໍຄືປະຊາຊົນບັນດາເຜົ່າຫ້າວ
ຫັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ປາກົດຜົນເປັນຈິງ, ພ້ອມນີ້ຍັງເປັນການແລກປ່ຽນທາງດ້ານສິລະປະວັດທະນະທໍາ
ລະຫວ່າງສອງຊາດ , ສອງກອງທັບ ລາວ-ຫວຽດນາມອີກດ້ວຍ. ສ່ວນການສະແດງຂອງຄະນະສິລະປະທະຫານເຂດ 7 ນໍາມາສະແດງໃນຄັ້ງນີ້ປະກອບມີ:
ບົດຟ້ອນລວມໝູ່ “ອະນຸສາວະລີໄຊຊະນະ”, “ພົບກັນຢູ່ເທິງຈອມພູຫລວງ” ບົດເພງຮ້ອງ “ນໍ້າໃຈລາວ”, ການສະແດງປະກອບຟ້ອນໝູ່ຍິງ-ຊາຍ ໃນບົດເພງ
“ຫວຽດນາມບ້ານເກີດເມືອງນອນຂອງຂ້ອຍ” ບົດເພງ “ສຽງຮ້ອງຈາກນະຄອນລຸງໂຮ່”, ບົດຟ້ອນຊົນເຜົ່າ, ບົດເພງ “ຈໍາປາເມືອງລາວ” ແລະ ບົດເພງ “ວຽງ
ໃນຝັນ” ແລະ ບົດຟ້ອນ-ບົດລໍາອື່ນໆລ້ວນແຕ່ມີຄວາມອ່ອນຊ້ອຍສວຍງາມ ໄດ້ ທັງເນື້ອໃນ ແລະ ຄວາມໝາຍ, ສ້າງສີສັນໃຫ້ຜູ້ເຂົ້າຊົມມີຄວາມເບີກບານ
ມ່ວນຊື່ນດ້ວຍຮອຍຍິ້ມ ແລະສຽງຕົບມືພ້ອມກັນຂຶ້ນມອບດອກໄມ້ໃຫ້ນັກສະແດງຢ່າງເປັນຂະບວນຟົດຟື້ນຕະຫຼອດການສະແດງກວ່າສອງຊົ່ວໂມງ.