ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນໃຫ້ນາຍທະຫານພັນຕີຂຶ້ນຊັ້ນພັນໂທ 152 ສະຫາຍ


ພົນໂທ ວິໄລ ຫຼ້າຄໍາຟອງ ເປັນປະທານພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງກະຊວງປ້ອງກັນປະເທດ

     ໃນໂອກາດເຂົ້າຮ່ວມເປັນປະທານໃນພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງກະຊວງປ້ອງກັນປະເທດ ໃນວັນທີ 3 ສິງຫາ 2018 ນີ້, ທ່ານ ພົນໂທ ວິໄລ ຫຼ້າ
ຄໍາຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕ້ອງຮັບຮູ້
ແລະ ເຂົ້າໃຈແຈ້ງກ່ຽວກັບການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິ
ໄສ ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການປັບປຸງ ແລະ ກໍ່ສ້າງກອງທັບໃຫ້ເປັນ
ຂະບວນການຟົດຟື້ນແຂງແຮງກວ່າເກົ່າ, ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນ ແລະ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງ
ກອງທັບຢ່າງເລິກເຊິ່ງ, ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະ
ເທດ ໂດຍສະເພາະແມ່ນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ, ແຕ່ລະສະຫາຍຕ້ອງມີທັດສະນະຊົນຊັ້ນຫຼັກໝັ້ນການເມືອງ
ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ, ຍົກສູງນໍ້າໃຈຮັກຊາດ, ເຊີດຊູນໍ້າໃຈເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມ
ເຂັ້ມແຂງດ້ວຍຕົນເອງ, ມີຄວາມທົນທານໜຽວແໜ້ນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້
ເປັນຢ່າງດີ, ພ້ອມກັນພັດທະນາຕົນເອງໃຫ້ເປັນແບບຢ່າງນໍາໜ້າທີ່ດີໃນທຸກດ້ານໃຫ້ສົມກັບເປັນນາຍທະຫານຂອງກອງທັບປະຊາຊົນລາວ, ການເລື່ອນຊັ້ນນາຍທະຫານ
ແມ່ນການມອບໝາຍໜ້າທີ່ຄວາມຮັບຜິດຊອບໃຫ້ສູງຂຶ້ນ, ຕ້ອງເປັນເຈົ້າການປະກອບສ່ວນເຂົ້າໃນການເສີມຂະຫຍາຍບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາ
ວຸດໃຫ້ເລິກເຊິ່ງເຖິງຖອງ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນການເຄື່ອນໄຫວວຽກງານ.

     ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນຕື່ມວ່າ: ບັນດາສະຫາຍຕ້ອງສືບຕໍ່ເພີ່ມທະວີພົວພັນຮ່ວມມືຢ່າງສະໜິດແໜ້ນກັບບັນດາປະເທດເພື່ອນມິດຍຸດທະສາດສັງ
ຄົມນິຍົມ ໂດຍສອດຄ່ອງກັບແນວທາງແຜນນະໂຍບາຍຮ່ວມມືກັບຕ່າງປະເທດຂອງພັກເວົ້າລວມ, ເວົ້າສະເພາະກໍແມ່ນກັບບັນດາກົມກອງ ແລະ ອໍານາດການປົກຄອງ
ທ້ອງຖິ່ນອ້ອມຂ້າງໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ເຊື່ອໝັ້ນວ່າບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ຈະສືບຕໍ່ພັດທະນາຕົນເອງໃຫ້ກາຍເປັນພະນັກງານ-ນາຍ
ທະຫານທີ່ມີຄວາມກ້າວໜ້າໃນກົມກອງ ກໍຄືກອງທັບປະຊາຊົນລາວໃຫ້ມີຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.