ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະໂຄສະນາອົບຮົມສູນກາງພັກປາຖະກະຖາມູນເຊື້ອ
ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

     ໃນຕອນເຊົ້າວັນທີ 2 ພະຈິກ 2018 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນະອົບຮົມສູນກາງພັກໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງ
ການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018), ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປາຖະກະຖາຂອງ ທ່ານ ສາສະດາຈານ ອປ ກິແກ້ວ ໄຂຄຳ
ພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບການກະກຽມສະເຫຼີມສະຫຼອງເມືອງວຽງໄຊ-ຖານທີ່ໝັ້ນການ
ປະຕິວັດ ຄົບຮອບ 50 ປີ, ມີບັນດາຮອງຄະນະພັກ, ຄະນະພັກ-ຄະນະນໍາກະຊວງ-ອົງການ, ຄະນະນຳນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມນະ
ຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.


ທ່ານ ສາສະດາຈານ ອປ ກິແກ້ວ ໄຂຄຳພິທູນ ເຂົ້າຮ່ວມ ແລະ ປາຖະກະຖາມູນເຊື້ອ
ວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປ

     ທ່ານ ສາສະດາຈານ ອປ ກິແກ້ວ ໄຂຄໍາພິທູນ ໄດ້ປາຖະກະຖາຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງການສ້າງຕັ້ງເມືອງວຽງໄຊ
ຖານທີ່ໝັ້ນຂອງການປະຕິວັດລາວ, ໃນປີ 1946-1954, ພັກເຮົາໄດ້ວາງແນວທາງຕໍ່ຕ້ານຂອງການປະຕິວັດລາວ “ຕໍ່ຕ້ານຍືດເຍື້ອຍາວນານ, ແບບປວງຊົນ ແລະ ຮອບ
ດ້ານ”, ປຸກລະດົມຂົນຂວາຍ, ນຳພາການກໍ່ສ້າງຖານທີ່ໝັ້ນຂອງການປະຕິວັດ. ເດືອນເມສາ 1948 ສູນກາງພັກກອມມູນິດອິນດູຈີນ ຕົກລົງສ້າງຕັ້ງກອງຕະລຸມບອນລາວ
ເໜືອ ໂດຍປະທານ ໄກສອນພົມວິຫານເປັນຜູ້ບັນຊາ ເຊິ່ງມີໜ້າທີ່ກໍ່ສ້າງຮາກຖານ, ຈັດຕັ້ງປະກອບອາວຸດ, ກໍ່ສ້າງຖານທີ່ໝັ້ນຢູ່ເຂດຕາເວັນອອກສ່ຽງເໜືອ. ຢູ່ຖານທີ່ໝັ້ນ
ບ້ານລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 1949. ກໍາລັງປະກອບອາວຸດປະຕິວັດ
ໄດ້ຮັບການກໍ່ສ້າງຂະ ຫຍາຍຕົວຢ່າງແຂງແຮງຍິ່ງຕີຍິ່ງໄດ້ຮັບໄຊຊະນະຢູ່ໃນສະໜາມຮົບ.

     ຕົ້ນປີ 1953, ກອງທະຫານລາວອິດສະຫຼະສົມທົບກັບກອງທະຫານອາສາສະໝັກຫວຽດນາມເປີດສາກບັ້ນບຸກໂຈມຕີພາກເໜືອລາວ ປົດປ່ອຍທັງໝົດແຂວງຫົວພັນ,
ຜົ້ງສາລີ, ຊຽງຂວາງ ແລະ ເຄິ່ງໜຶ່ງຂອງແຂວງຫຼວງພະບາງ. ໄຊຊະນະຂອງບັ້ນຮົບພາກເໜືອເປັນຂີດໝາຍແຫ່ງບາດກ້າວຂະຫຍາຍຕົວກະໂດດຂັ້ນຂອງບັນດາກຳລັງປະ
ກອບອາວຸດລາວ ເພື່ອນຳພາປະຊາຊົນດຳເນີນສົງຄາມປົດປ່ອຍຊາດ ເຊິ່ງມີຍອດສູງແມ່ນໄຊຊະນະດຽນບຽນຟູ ປະຫວັດສາດເຮັດໃຫ້ພວກລ່າເມືອງຂຶ້ນຝຣັ່ງຈຳເປັນຕ້ອງ
ຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນໃນວັນທີ 21 ກໍລະກົດ 1954. ກອງປະຊຸມເຊີແນວໄດ້ຮັບຮູ້ເອກະລາດອະທິປະໄຕເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ
ຂອງລາວ. ຝ່າຍປະເທດລາວເປັນກຳລັງການເມືອງເອກະລາດ, ຖືກກົດໝາຍ, ມີທະຫານ ແລະ ເຕົ້າໂຮມຢູ່ສອງແຂວງຫົວພັນ ແລະ ຜົ້ງສາລີ, ສັນຍາເຊີແນວເປັນໄຊຊະນະ
ຂອງຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢູ່ລາວ, ເຮັດໃຫ້ສະພາວະການຢູ່ລາວມີການປ່ຽນແປງ ເຊິ່ງເປັນທ່າດີໃຫ້ແກ່ການປະຕິ ວັດລາວຢ່າງຈະແຈ້ງ. ສິ່ງດັ່ງກ່າວ
ໄດ້ເຮັດໃຫ້ທ່າ ແລະ ກຳລັງແຮງຂອງການປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວກ້າວກະໂດດຂັ້ນ. ເຂດເຕົ້າໂຮມສອງແຂວງໄດ້ເປັນບ່ອນຕັ້ງສຳນັກງານອົງການຂອງພັກ,
ແນວໂຮມເພື່ອສືບຕໍ່ນຳພາ-ຊີ້ນຳການກໍ່ສ້າງກຳລັງປະຕິວັດໃນທຸກດ້ານ. ໂດຍເສີມຂະຫຍາຍໄຊຊະນະອັນໃຫຍ່ຫຼວງ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ ແລະ
ສືບຕໍ່ນຳພາພາລະກິດປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ມາຮອດວັນທີ 30 ພະຈິກ 1968 ສູນກາງພັກ ຈຶ່ງໄດ້ຕົກລົງສ້າງຕັ້ງເມືອງວຽງໄຊເປັນຖານທີ່ໝັ້ນຂອງການປະຕິວັດ
ລາວຈົນມາຮອດປັດຈຸບັນນີ້.

     ເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ເຊິ່ງເປັນສູນກາງແຫ່ງການຊີ້ນໍາ-ນໍາພາຮອບດ້ານຂອງພັກໃນພາລະກິດປົດປ່ອຍຢ່າງມີໄຊ: ແມ່ນບ່ອນກໍາເນີດຂອງ
ພັກປະຊາຊົນປະຕິວັດລາວ, ອົງການແນວລາວຮັກຊາດ, ເປັນຖານທີ່ໝັ້ນຂອງການປະຕິວັດ, ເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກໍາລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກ
ຮັກສາຖານທີ່ໝັ້ນການປະຕິວັດ, ເມືອງວຽງໄຊແມ່ນຕົ້ນກໍາເນີດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນສູນກາງຊີ້ນໍາຂອງພັກຕໍ່ພາລະກິດຕໍ່ສູ້ກູ້ຊາດຕ້ານ
ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັກໄດ້ນໍາພາສ້າງເມືອງວຽງໄຊເປັນລັດໜຶ່ງ, ເປັນແນວຫຼັງທີ່ແກ່ນໝັ້ນເພື່ອເຮັດສໍາ
ເລັດພາລະກິດປະຕິວັດຊາດປະຊາທິປະໄຕຂອງຊາດລາວເຮົາ.