ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາການຮ່ວມມືສອງຝ່າຍໃນຂົງເຂດວຽກງານກົດລັບ ລາວ-ຫວຽດນາມ

     ໃນວັນທີ 31 ຕຸລາ 2018 ນີ້, ໄດ້ມີພິທີເຊັນສັນຍາການຮ່ວມມືສອງຝ່າຍລະຫວ່າງກົມກົດລັບ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມກົດລັບ
ລັດຖະບານ ສສ ຫວຽດນາມ ປະຈຳປີ 2019 ເຊິ່ງຝ່າຍລາວແມ່ນ ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ຫົວໜ້າກົມກົດລັບກົມໃຫຍ່ເສນາທິການກອງທັບ ແລະ
ຝ່າຍຫວຽດນາມແມ່ນ ສະຫາຍ ພົນຈັດຕະວາ ດັ້ງ ຫວູ໋ ເຊິ່ນ ຫົວໜ້າຄະນະກົມກົດລັບລັດຖະບານ ສສ ຫວຽດນາມ ໂດຍການຊ້ອງໜ້າຂອງສະຫາຍ ພົນຈັດຕະວາ ປະ
ສິດທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ພິທີເຊັນສັນຍາການຮ່ວມມືສອງຝ່າຍລະຫວ່າງກົມກົດລັບກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມກົດລັບລັດຖະບານສສຫວຽດນາມ

     ເຊັນສັນຍາການຮ່ວມມືໃນຄັ້ງນີ້ແມ່ນບົນພ້ືນຖານນ້ໍາໃຈມິດຕະພາບ ແລະ ຄວາມສາມັກຄີແບບພິເສດ, ເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຂອງສອງ
ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນນີ້ທັງສອງຝ່າຍຍັງໄດ້ພ້ອມກັນສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນການຮ່ວມມື ປີ 2018 ຢ່າງກົງໄປກົງມາ ແລະ
ມີຄວາມຮັບຜິດຊອບສູງ, ພ້ອມດຽວກັນນັ້ນກໍໄດ້ພ້ອມກັນເອກະພາບແຜນການຮ່ວມມື ປີ 2019 ແລະ ຍັງໄດ້ປຶກສາຫາລືເພີ່ມເຕີມກ່ຽວກັບລະບົບການປ້ອງກັນຄວາມ
ລັບໃຫ້ກອງປະຊຸມສ່ອງແສງທາງໄກຂອງກະຊວງປ້ອງກັນປະເທດ, ກົມກົດລັບສູນກາງ ແລະ ການສ້າງລະບົບຈັກລະຫັດ VLE ໃຫ້ກົດລັບກະຊວງການຕ່າງປະເທດ ສປປ
ລາວ.

     ສອງຝ່າຍໄດ້ພ້ອມກັນເປັນເອກະພາບ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂະແໜງການວຽກງານກົດລັບລັດຖະ
ບານຫວຽດນາມ, ຄະນະຜູ້ແທນກົມກົດລັບດັ່ງກ່າວກໍໄດ້ແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸນ, ສະໜິດສະໜົມເຊິ່ງເຕັມໄປດ້ວຍນ້ໍາໃຈມິດຕະພາບ,
ຄວາມສາມັກຄີພິເສດທີ່ຄະນະນຳ, ພະນັກງານ-ນັກຮົບໃນຂະແໜງການວຽກງານກົດລັບກອງທັບປະຊາຊົນລາວທີ່ມີຕໍ່ຄະນະໃນຄັ້ງນີ້.