ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວ​ໄດ້​ຮັບຫຼຽນດາວ​ຄຳ ທີ່​ເປັນຫຼຽນສູງ​ສຸດ​ຂອງ ສສຫວຽດນາມ


ສະຫາຍ ພົນເອກ ໂງ ຊວນ ລິກ ປະດັບຫຼຽນຄຳ ໃຫ້ກອງທັບປະຊາຊົນລາວ


ການນຳພັກ-ລັດລາວ-ຫວຽດນາມເຄົາລົບທຸງຊາດກ່ອນເຂົ້າສູ່ພິທີປະດຽນຫຼຽນ              ປະດັບຫຼຽນຊັ້ນ I ​ໃຫ້ກົມກອງລວມໝູ່


ມອບຫຼຽນໄຊເອກະລາດຊັ້ນ III ​ໃຫ້ກົມກອງລວມໝູ່              ປະດັບຫຼຽນໄຊເອກະລາດຊັ້ນ II ​​ໃຫ້ບຸກຄົນ


ປະດັບຫຼຽນໄຊເອກະລາດຊັ້ນ I ​ໃຫ້ກົມກອງລວມໝູ່                     ກະຊວງປ້ອງກັນປະເທດສສຫວຽດນາມມອບເງິນຊ່ວຍເຫຼືອ 
                                                                          ຜູ້ປະສົບໄພນໍ້າຖ້ວມພາກກາງແລະພາກໃຕ້ລາວ   


ປະດັບຫຼຽນໄຊເອກະລາດຊັ້ນ III ​ໃຫ້ບຸກຄົນ                   ການນຳພັກ​-ລັດແລະການນໍາກະຊວງປ້ອງກັນປະເທດ
ລາວ-ຫວຽດ ຖ່າຍຮູບ​ລວມ

     ປະຕິບັດຕາມຂໍ້ຕົກລົງຂອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ ໄດ້ຈັດພິທີປະດັບຫຼຽນໄຊປະເພດຕ່າງໆໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນໃນ ກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງສາຍພົວພັນ
ມິດຕະພາບ ຄວາມສາມັກຄີພິເສດລະຫວ່າງສອງຊາດ, ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານ
ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດຂອງປະຊາຊົນລາວບັນດາເຜົ່າຄົບຮອບ 70 ປີ(30/10/1949-30/10/2019), ໃນນັ້ນໄດ້ປະດັບຫຼຽນ
ໄຊ ດາວຄໍາ ເຊິ່ງເປັນ ຫຼຽນໄຊສູງສຸດຂອງ ສສ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນລາວ, ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ແກ່ກົມກອງລວມໝູ່ຈໍານວນ 7 ກົມກອງ
ໃນນັ້ນມີ: ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ເຕັກນິກກອງທັບ, ຫ້ອງວ່າການ ກະຊວງປ້ອງກັນປະ
ເທດ, ຫ້ອງການ ປກຊ-ປກສ ສູນກາງ ແລະ ກົມ 213, ປະດັບຫຼຽນໄຊ ເອກະລາດ ຊັ້ນ II ໃຫ້ກົມກອງລວມໝູ່ 10 ຫົວໜ່ວຍກົມກອງໃນນັ້ນມີ: ວິທະຍາຄານປ້ອງກັນ
ຊາດ ໄກສອນ ພົມວິຫານ, ກົມວິທະຍາສາດ-ປະຫວັດສາດການທະຫານ, ວິທະຍາຄານກົມມະດຳ, ກົມພົວພັນຕ່າງປະເທດ, ວິທະຍາຄານພະລາທິການ, ກອງພົນທີ 1,
ກອງພົນທີ 2, ກອງພົນທີ 3, ກອງພົນທີ 4, ກອງພົນທີ 5 ແລະ ບຸກຄົນ 4 ສະຫາຍ, ປະດັບຫຼຽນໄຊເອກະລາດຊັ້ນ III ໃຫ້ 35 ຫົວໜ່ວຍກົມກອງໃນນັ້ນມີ: ກົມໂຄສະນາ
ອົບຮົມ, ກົມສູ້ຮົບ, ກົມທະຫານຊາຍແດນ, ກົມນະໂຍບາຍ, ວິທະຍາຄານເຕັກນິກການທະຫານ, ກົມແຜນທີ່, ກົມເຄມີສາດ, ກົມ 49, ກົມປ້ອງກັນອາກາດ, ກົມກົດລັບ,
ວິທະຍາຄານການແພດ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໜັງສືພິມກອງທັບ, ກອງສິລະປະກອນກອງທັບ, ຫໍ ພິພິທະພັນປະຫວັດສາດກອງທັບ, ຫ້ອງການກົມ
ໃຫຍ່ການເມືອງກອງທັບ, ກົມຄຸ້ມຄອງອາວຸດ-ກະສູນ, ບັນດາກອງບັນຊາການທະຫານແຂວງ ເຊັ່ນ: ຜົ້ງ ສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸ ດົມໄຊ, ໄຊຍະບູລີ, ຫຼວງພະບາງ,
ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ບຸກຄົນ
15 ສະຫາຍ ແລະ ປະດັບຫຼຽນໄຊມິດຕະພາບໃຫ້ບຸກຄົນ 15 ສະຫາຍ, ໂດຍແມ່ນ ສະຫາຍ ພົນເອກ ໂງ ຊວນ ລິກ ກໍາມະການກົມການເມືອງ ສູນກາງພັກ ຄອມມຸຍນິດ
ຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຜູ້ປະດັບຫຼຽນຢ່າງສົມກຽດ.

     ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ພະຈິກນີ້, ທີ່ກະຊວງປ້ອງກັນປະເທດ, ໂດຍເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງ
ພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ພົນເອກ ໂງ ຊວນ ລິກ ກໍາມະການກົມການເມືອງ ສູນກາງພັກ ຄອມມູນິດ ຫວຽດນາມ, ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ, ມີເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ, ການນໍາພັກ-ລັດ, ການນໍາກະຊວງ, ບັນດາກົມໃຫຍ່ ແລະ ຕາງໜ້າຄະນະພັກ-ຄະນະບັນຊາອົງການ, ກົມກອງ
ອ້ອມຂ້າງກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມ.

     ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ມີຄໍາເຫັນວ່າ: ການປະດັບຫຼຽນໄຊດາວຄຳ ໃຫ້ກອງທັບປະຊາຊົນລາວ ແລະ ຫຼຽນໄຊ ປະເພດຕ່າງໆໃຫ້ແກ່ກົມກອງລວມໝູ່ ແລະ
ບຸກຄົນໃນ ກອງທັບປະຊາຊົນລາວ ໃນຄັ້ງນີ້ແມ່ນເປັນການຈາລຶກຜົນງານ ການປະກອບສ່ວນອັນສຳຄັນຂອງ ກອງທັບປະຊາຊົນລາວ ໃນການກໍ່ສ້າງ ແລະ ເພີ່ມທະວີສາຍ
ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ປະກອບສ່ວນເຮັດໃຫ້ສາຍພົວພັນອັນສະໜິດສະໜົມ,
ບໍລິສຸດຜຸດຜ່ອງ, ຄວາມສາມັກຄີພິເສດທີ່ສະໜິດແໜ້ນລະຫວ່າງສອງພັກ, ລັດ, ປະຊາຊົນ ແລະ ກອງທັບສອງຊາດ ລາວ-ຫວຽດນາມ ພວກເຮົາເລິກ ເຊິ່ງຂຶ້ນກວ່າເກົ່າ,
ພວກເຮົາເຊື່ອໝັ້ນວ່າ: ເຖິງວ່າຈະຢູ່ໃນສະຖານະການແນວໃດ, ເງື່ອນໄຂແນວໃດກໍຕາມສອງຊາດພວກເຮົາຈະຍັງສືບຕໍ່ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍນໍ້າໃຈ
ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ນີ້ໃຫ້ໝັ້ນ ຄົງທະນົງແກ່ນຊົ່ວກາລະນານ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຕີລາຄາສູງຕໍ່ການຍ້ອງຍໍຂອງພັກ ແລະ ລັດຖະບານ ສສ ຫວຽດນາມ, ຕໍ່ກອງທັບປະຊາຊົນລາວໃນຄັ້ງນີ້ , ເຊິ່ງ
ເປັນຄວາມພາກພູມໃຈຂອງພະນັກງານ-ນັກຮົບ ກອງທັບປະຊາຊົນລາວ, ທັງສະແດງໃຫ້ເຫັນວ່າຕະຫຼອດໄລຍະ 70 ປີຜ່ານມາຜົນງານທີ່ກອງທັບ ປະຊາຊົນລາວຍາດມາ
ໄດ້ນັ້ນ, ແມ່ນຕິດພັນກັບຜົນງານລວມຂອງສອງປະເທດເຮົາ, ແມ່ນຜົນງານແຫ່ງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ຕ້ານສັດ
ຕູໂຕດຽວກັນ, ເພື່ອຄວາມ ເປັນເອກະລາດແຫ່ງຊາດຂອງລາວເຮົາ, ໃນໄລຍະຜ່ານມາກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນທຸກວັນນີ້, ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວສະແດງຄວາມຂອບໃຈ ຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ຍາມໃດ
ກໍໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນຊ່ວຍເຫຼືອແກ່ ກອງທັບປະຊາຊົນລາວ ບໍ່ວ່າທາງດ້ານວັດຖຸກໍຄືປັດໄຈຕ່າງໆ ລວມທັງ
ການກໍ່ສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ຢ່າງໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ, ເປັນການປະກອບສ່ວນອັນສໍາຄັນເຂົ້າ
ໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້
ນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

     ໂອກາດນີ້, ກະຊວງປ້ອງກັນ ປະເທດ ສສ ຫວຽດນາມ ຍັງໄດ້ມອບເງິນຈໍານວນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອ ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພ
ນໍ້າຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວອີກດ້ວຍ.