ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະມາຄົມທີ່ປຶກສາທູດປ້ອງກັນຊາດ
ປະເທດເພື່ອນມິດ ປະຈຳ ສປປ ລາວ ເຂົ້າອວຍພອນວັນຊາດ

     ວັນທີ 1 ທັນວາ ນີ້, ທີ່ກົມພົວພັນຕ່າງປະເທດ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າອວຍພອນຂອງຄະນະສະມາຄົມທີ່ປຶກສາທູດປ້ອງກັນຊາດປະເທດເພື່ອນມິດ
ປະຈໍາ ສປປ ລາວ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ.


ພົນໂທ ສຸວອນ ເລືອງບຸນມີ ຕ້ອນຮັບການເຂົ້າອວຍພອນຂອງຄະນະສະມາຄົມທີ່ປຶກສາທູດປ້ອງກັນຊາດປະເທດເພື່ອນມິດ ປະຈໍາ ສປປລາວ

     ໂອກາດດັ່ງກ່າວ, ທ່ານ ພັນເອກ ເຊິນ ຍັງຈິງ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ຄະນະສະມາຄົມທູດປ້ອງ
ກັນຊາດປະເທດເພື່ອນມິດປະຈໍາລາວ ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ ແລະ ໄມຕິຈິດມິດຕະພາບແກ່ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍ
ຄະນະນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບສົມບູນເຂັ້ມແຂງ, ເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນໃນໄລຍະໃໝ່ ພ້ອມທັງສະແດງຄວາມຂອບໃຈ
ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງກອງທັບ
ປະຊາຊົນລາວກັບກອງທັບບັນດາປະເທດເພື່ອນມິດໃຫ້ນັບມື້ດີຂຶ້ນ.

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະສະມາຄົມທູດປ້ອງ
ກັນຊາດປະເທດເພື່ອນມິດ ປະຈໍາ ສປປ ລາວ ທີ່ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ, ໄມຕີຈິດມິດຕະພາບມາສູ່ຄະນະນຳກະຊວງປ້ອງກັນປະເທດໃນຄັ້ງນີ້
ພ້ອມທັງອວຍພອນໃຫ້ຄະນະສະມາຄົມທູດປ້ອງກັນຊາດປະເທດເພື່ອນມິດ ປະຈຳ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ. ສືບ
ຕໍ່ຮັກສາ ແລະ ເສີມຂະຫຍາຍໄມຕິຈິດມິດຕະພາບ ແລະ ການພົວພັນຮ່ວມມືກັບກອງທັບປະຊາຊົນລາວໃຫ້ນັບມື້ດີຂຶ້ນ ເພື່ອສັນຕິພາບ, ມິດຕະພາບ,
ການຮ່ວມມື ແລະ ພັດທະນາທີ່ຍືນຍົງຂອງແຕ່ລະປະເທດໃນພາກພື້ນ ແລະ ສາກົນ.