ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ຈີນ ມີຜົນສຳເລັດຫຼາຍດ້ານ

   ພິທີພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບຄະນະຜູ້ແທນທະຫານເຂດສູ້ຮົບພາກໃຕ້ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນ
ວັນທີ 29 ພະຈິກ 2018 ນີ້, ທີ່ກະຊວງປ້ອງກັນປະເທດ ສປປ ລາວ. ຝ່າຍລາວນໍາໂດຍ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ປະຊາຊົນລາວ ພ້ອມຄະນະ ແລະ ຝ່າຍຈີນນໍາໂດຍ ສະຫາຍ ພົນໂທ ທະຫານເຮືອ ຢວນ ຢຸ້ຍປາຍ ຜູ້ບັນຊາການທະຫານເຂດສູ້ຮົບພາກໃຕ້ ສປ ຈີນ ພ້ອມຄະນະ ແລະ ມີພະ
ນັກງານວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.


ພິທີພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ
ກັບຄະນະຜູ້ແທນທະຫານເຂດສູ້ຮົບພາກໃຕ້ແຫ່ງສປຈີນ

   ໃນການພົບປະຄັ້ງນີ້, ຄະນະນໍາທັງສອງຝ່າຍຕ່າງກໍໄດ້ທົບທວນຄືນຜົນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ການຮ່ວມມືຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບລາວ-ຈີນ, ຈີນ-ລາວໃນຜ່ານມາ. ແຕ່ຕະຫຼອດໄລຍະທີ່ຜ່ານມາເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະ
ຫວ່າງສອງພັກສອງລັດ ແລະ ສອງກອງທັບແມ່ນໄດ້ມີການສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ, ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ສະ
ຫາຍທີ່ດີຕໍ່ກັນ. ໃນນີ້ອັນພົ້ນເດັ່ນກໍແມ່ນສອງກອງທັບໄດ້ພ້ອມກັນປົກປັກຮັກສາດິນແດນ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍ
ແດນຂອງສອງຊາດໄດ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ ການຈັດຕັ້ງປະຕິບັດສັນຍາຊ່ວຍເຫຼືອເຊິ່ງກັນ ແລະ ກັນປະຈຳປີໃນແຕ່ລະຂົງເຂດວຽກ
ງານກໍປະສົບຜົນສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂອງສອງຝ່າຍ, ການເຝິກອົບຮົມ, ການບຳລຸງ ແລະ ການກໍ່ສ້າງບຸກຄະລາ
ກອນ, ການຊ່ວຍເຫຼືອການກໍ່ສ້າງພື້ນຖານໂຄງລ່າງ ແລະ ດ້ານອື່ນໆ. ພ້ອມນີ້ທັງສອງຝ່າຍຍັງໄດ້ມີການປະສານງານພົວພັນແລກປ່ຽນສະພາບການ ແລະ ຮ່ວມກັນລາດ
ຕະເວນຕາມຊາຍແດນໃນຂອບເຂດທີ່ຕົນຮັບຜິດຊອບຢ່າງເປັນປະຈຳ.

     ໃນໂອກາດທີ່ຄະນະຜູ້ແທນທະຫານເຂດສູ້ຮົບພາກໃຕ້ ສປ ຈີນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້. ຄະນະຜູ້ແທນດັ່ງກ່າວຍັງໄດ້ໄປຢ້ຽມ
ຢາມກອງບັນຊາການທະຫານແຂວງຫຼວງພະບາງ, ກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5, ກອງພັນໃຫຍ່ 11 ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໄປທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ
ແລະ ທຳມະຊາດອີກຈຳນວນໜ່ຶງ ແລະ ໂອກາດດຽວກັນນີ້ສະຫາຍ ພົນໂທ ທະຫານເຮືອ ຢວນ ຢຸ້ຍປາຍ ກໍໄດ້ຕາງໜ້າໃຫ້ກອງທັບປົດປ່ອຍປະຊາຊົນຈີນ ໃນໂອກາດກະ
ກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ພ້ອມທັງອວຍພອນມາຍັງຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ
ພົນທະຫານທຸກຖ້ວນໜ້າໃນກອງທັບປະຊາຊົນລາວຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເລັດທຸກໜ້າທີ່ອັນໃຫຍ່ຫຼວງ, ພ້ອມກັນສ້າງກອງທັບປະຊາຊົນລາວໃຫ້
ກາຍເປັນກອງທັບທີ່ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ.

   ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນດັ່ງກ່າວແມ່ນໄດ້ເລີ່ມມາແຕ່ວັນທີ 25-30 ພະຈິກ 2018 ນີ້ ເຫັນວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມ.