ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ ບົ່ງຕົວແຕ່ງຕັ້ງກຳມະການຄະນະພັກກອງພົນທີ 3


     ວັນທີ 31 ທັນວາ 2021 ຜ່ານມາ ນີ້, ກອງພົນທີ 3 ໄດ້ປະກາດການບົ່ງຕົວແຕ່ງຕັ້ງກຳມະການ ຄະນະພັກ ກອງພົນ, ໂດຍການເຂົ້າຮ່ວມ ເປັນປະທານ
ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະພັກຮາກຖານຈາກອົງ
ການ ກົມກອງ ຂຶ້ນກັບ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະພັກກະ
ຊວງປ້ອງກັນ ປະເທດ ສະບັບເລກທີ 5795/ຄພກປທ ລົງວັນທີ 23 ທັນວາ 2021, ອີງຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝ ທີ XI
ໝວດທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການ ຄະນະພັກ ຢູ່ກອງພົນທີ 3.

     ໃນນີ້ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວິໄຊ ຫຼວງໄຊສຸກ ຮອງຫົວໜ້າຫ້ອງພະລາ ທິການເປັນກຳມະການ ຄະ
ນະພັກ ກອງພົນທີ 3, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຈັນສອນ ໄຊຍະຄຳ ຫົວໜ້າພະແນກກວດກາ ແລະ ສະຫາຍ ພັນໂທ ຄຳພາ ໄຊຍະວົງ ຫົວໜ້າພະ
ແນກ ປ້ອງກັນພາຍໃນ ເປັນຮອງປະທານກວດກາ ກອງພົນທີ3.

     ໂອກາດດຽວກັນ ຍັງໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ຜົນງານ 10 ປີໃຫ້ກອງພົນທີ 3 ຕື່ມອີກ. ໂອກາດນີ້ກໍໄດ້ຮັບຟັງ ການໂອ້ລົມຂອງຮອງ
ຫົວໜ້າ ກົມໃຫຍ່ການເມືອງກອງທັບ ຕໍ່ຄະນະພັກ-ຄະນະບັນຊາ ກໍຄືສະຫາຍ ຜູ້ທີໄດ້ຮັບການບົ່ງຕົວແຕ່ງຕັ້ງ ເປັນກຳມະການຄະນະພັກ ກອງພົນ ຜູ້ໃໝ່,
ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີຄະນະພັກກອງພົນ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ,
ບັນດາສະຫາຍທີ່ໄດ້ຮັບ ການບົ່ງຕົວແຕ່ງຕັ້ງ ຈົ່ງກຳແໜ້ນ ຕໍ່ແນວທາງຂອງພັກ ກົດໝາຍ ຂອງລັດ, ເປັນເຈົ້າການໃນການປັບປຸງກໍ່ສ້າງພັກ-ພະນັກງານ,
ປະຕິບັດຫຼັກການລວມສູນ ປະຊາທິປະໄຕ ຂອງພັກປະຊາຊົນປະຕິວັດລາວ, ເປັນແບບຢ່າງໃນການ ປະຕິບັດກົດລະບຽບ ຂອງພັກ ຢ່າງເຂັ້ມງວດ, ປັບປຸງກໍ່
ສ້າງອົງການຈັດຕັ້ງຂອງພັກ ທຸກຂັ້ນ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຂຶ້ນເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/01/2022