ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດເຊຶ່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7
ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມເຊຶ່ອມຊຶມ
ມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X

     ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມເຊຶ່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຂຶ້ນໃນວັນທີ 5 ກຸມພາ
2019 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ
ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມ
ໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາຈາກບັນດາສະຖາບັນ, ກົມກອງໃນກຳລັງຫຼວງທົ່ວກອງທັບເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມວ່າ: ການເຊຶ່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງ
ພັກສະໄໝທີ X ໃນຄັ້ງນີ້ ເຊິ່ງມີສອງເນື້ອໃນຕົ້ນຕໍຄື ມະຕິວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ
ຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ການເປີດບັ້ນເຊື່ອມ
ຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແລະ ແມ່ນຄວາມຈຳເປັນ
ພາວະວິໄສເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຢ່າງ
ເລິກເຊິ່ງ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ສະນັ້ນ, ການຈັດຕັ້ງເຊື່ອມຊຶມມະຕິດັ່ງກ່າວໃນຄັ້ງນີ້ ແນໃສ່
ເພື່ອໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທຸກຄົນໄດ້ເຂົ້າຮ່ວມຄ້ົນຄວ້າເຊ່ືອມຊຶມສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບຕໍ່ບັນດາເນື້ອໃນຈິດ
ໃຈທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເປັນເຈົ້າການຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ
ຕົວຈິງ ແລະ ເພື່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາສືບຕໍ່ສຶກສາອົບຮົມ ແລະ ນຳເອົາເນື້ອໃນດັ່ງກ່າວ ໂດຍສະເພາະຄາດໝາຍຂົງເຂດວຽກງານການເພີ່ມທະວີການ
ນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງມະຫາພາກໃນຂົງເຂດເສດຖະກິດການເງິນ ແລະ ການປັບປຸງຮາກ
ຖານການເມືອງຂອງລະບອບປະຊາທິປະໄຕປະຊາ ຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ມາຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານດັ່ງກ່າວນີ້ ເປັນການປັບປຸງຍົກ
ສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ
ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກ
ອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ປັບປຸງແບບແຜນດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກ
ສາ ແລະ ສ້າງສາພັດທະນາປະ ເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ.