ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

3 ແຂວງພາກກາງ ສະຫຼຸບວຽກງານ ປກຊ-ປກສ ປະຈຳປີ 2019


ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບເປັນປະທານ

     ໃນຕອນເຊົ້າວັນທີ 4 ກຸມພາ 2020 ນີ້, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ 3 ແຂວງພາກກາງ ໄດ້ເປີດກອງປະຊຸມແລກປ່ຽນສະພາບການ ວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ປະຈຳປີ 2019 ແລະ ຜ່ານທິດທາງແຜນການປີ 2020 ຂຶ້ນຢູ່ທີ່ຫ້ອງວ່າການ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງ
ລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະນຳກອງພົນທີ 4, ຄະນະນຳ ແຂວງ ສະ
ຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງ 3 ແຂວງພາກກາງ ແລະ ບັນດາເມືອງ, ນະຄອນເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນ ຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ໄດ້ຍົກໃຫ້ເຫັນການ
ເຄື່ອນໄຫວວຽກງານ ປກຊ-ປກສ ຂອງ 3 ແຂວງ ໃນໄລຍະ 1 ປີຜ່ານມາໃນຂອບເຂດ 3 ແຂວງຮັບຜິດຊອບ ໂດຍສະເພາະສະພາບການຕາມຊາຍແດນ ລະຫວ່າງແຂວງ
ຕໍ່ແຂວງ, ສະເພາະດ້ານວຽກງານປົກປັກຮັກສາຕາມຊາຍແດນ ຍັງໄດ້ຮ່ວມມືກັນ ປົກປັກຮັກສາບໍລິເວນຊາຍແດນ ໃຫ້ມີສະຖຽນລະພາບ, ມີຄວາມສະຫງົບ ແລະມີຄວາມ
ເປັນລະບຽບຮຽບຮ້ອຍ ແລະ ມີການປະສານສົມທົບໃນການປະຕິບັດໜ້າທີ່ວຽກງານ ປກຊ-ປກສ ຕາມເສັ້ນຊາຍແດນເປັນຢ່າງດີ ເພື່ອໃຫ້ມີປະສິດທິພາບ. ທັງພ້ອມກັນ
ເປັນເຈົ້າການຕ້ານສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການຄ້າຂາຍທີ່ບໍ່ຖືກຕ້ອງ ແລະ ຜິດຕໍ່ລະບຽບກົດໝາຍຂອງພັກ-ລັດວາງອອກ. ດ້ານການເມືອງ-
ແນວຄິດ ຍັງໄດ້ຕັ້ງໜ້າສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນທີ່ຢູ່ຕາມບໍລິເວນຕົນຮັບຜິດຊອບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ແນວ
ທາງຂອງພັກ-ລັດ, ກຳແໜ້ນ ແລະ ປະຕິບັດຕາມກົດໝາຍໄດ້ດີ. ໃນກອງປະຊຸມຍັງມີການສະເໜີປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນອຸ
ດົມສົມບູນຂຶ້ນຕື່ມ ອີກພ້ອມທັງໄດ້ຄົ້ນຄວ້າພິຈາລະນາ, ປຶກສາຫາລືທິດທາງແຜນການໃນການຮ່ວມມືປະສານສົມທົບວຽກງານໃນຕໍ່ໜ້າ ໃຫ້ເກີດດອກອອກຜົນ ແລະ
ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ. ໃນພິທີຕາງໜ້າຄະນະນຳ 3 ແຂວງພາກກາງກໍໄດ້ຂຶ້ນອວຍພອນພ້ອມທັງ ມອບກະຕ່າດອກໄມ້ ແລະ ກະຕ່າ ຂອງຂວັນໃຫ້ປະ
ທານກອງປະຊຸມເປັນທີ່ລະນຶກອີກດ້ວຍ.