ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບ ແລະ ເປີດນຳໃຊ້ຫ້ອງຂັບເຮືອບິນຈຳລອງ
ເຮລິຄ໋ອບເຕີ ຊະນິດ MI-17V5 ລຸ້ນ FTD III

     ໃນວັນທີ 5 ມີນາ 2018 ນີ້, ກອງພັນໃຫຍ່ 703 ໄດ້ຈັດພິທີມອບ-ຮັບ ແລະ ເປີດນຳໃຊ້ຫ້ອງຂັບເຮືອບິນຈຳລອງ ເຮລິຄ໋ອບເຕີ ຊະນິດ MI-17V5 ລຸ້ນFTD III ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີຄະນະນຳຈາກ 4 ກົມໃຫຍ່, ຄະນະຫ້ອງວ່າການສູນກາງພັກ, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ຄະນະອຳ
ນວຍການບໍລິສັດສະກາຍເວ, ຄະນະກົມການບິນພົນລະເຮືອນ, ຄະນະກົມທະຫານອາກາດ ແລະ ຄະນະສູນເຝິກການບິນລາວເຂົ້າຮ່ວມ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນສັກຂີພະຍານເຊັນບົດບັນທຶກມອບ-ຮັບ
ໂຄງການກໍ່ສ້າງຫ້ອງຂັບເຮືອບິນຈຳລອງ ເຮລິຄ໋ອບເຕີ ຊະນິດ MI-17V5 ລຸ້ນ FTD III

     ພັນເອກ ສີສະຫງວນ ອິນທະຈັກ ຜູ້ອຳນວຍການບໍລິສັດລັດວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟ ຟ້າຄົບວົງຈອນ ໄຊສົມບູນ ໄດ້ຂຶ້ນຜ່ານບົດ
ສະຫຼຸບລາຍງານໂຄງການກໍ່ສ້າງຫ້ອງຂັບເຮືອບິນຈຳລອງ ເຮລິຄ໋ອບເຕີ້ MI-17V5 ລຸ້ນ FTD III, ບໍລິສັດລັດວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟ
ຟ້າຄົບວົງຈອນ ໄຊສົມບູນ ຮ່ວມມືກັບຜູ້ຕາງໜ້າບໍລິສັດ MOL­CANSD MANAGEMENT ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ປີ 2016 ເປັນຕົ້ນມາ, ປັດ
ຈຸບັນນີ້ແມ່ນສຳເລັດ 100%, ໃນການກໍ່ສ້າງຫ້ອງຂັບເຮືອບິນຈຳລອງ ເຮລິຄ໋ອບເຕີ້ ຊະນິດ MI-17V5 ລຸ້ນ FTD III ກໍເພື່ອເປັນການເຝິກແອບນັກບິນ
ໃໝ່ໃຫ້ມີຄວາມຊຳນິຊຳນານໃນການນຳໃຊ້ອຸປະກອນຢູ່ຫ້ອງຂັບ ແລະ ການຂັບຂີ່ຍົນເຮລິຄ໋ອບເຕີ້ ຊະນິດ MI-17V5ກ່ອນຈະກ້າວເຂົ້າສຳຜັດກັບຍົນຕົວ
ຈິງເພື່ອເປັນການບິນເຝິກແອບ, ບິນກວດກາບັນດານັກບິນທີ່ຢຸດບິນດົນ ແລະ ເພື່ອກວດກາສອບເສັງບັນດານັກບິນທີ່ປະຕິບັດໜ້າທີ່ການບິນເປັນປົກກະຕິ
ຕາມກຳນົດເວລາ ເພື່ອຕໍ່ໃບຢັ້ງຢືນການບິນ, ທັງເປັນການຍົກສູງຄວາມຮູ້-ຄວາມສາມາດທາງດ້ານການຂັບຂີ່, ເຝິກແອບໃຫ້ນັກບິນທີ່ຈະບິນເອົາບົດຮຽນ
ໃໝ່ ເພື່ອຮັບໃຊ້ໜ້າທີ່ການບິນໃນແຕ່ລະເປົ້າໝາຍ.

     ທັງສອງຝ່າຍກໍໄດ້ເຊັນບົດບັນທຶກມອບ-ຮັບໂຄງການກໍ່ສ້າງ ເຊິ່ງຕາງໜ້າບໍລິສັດໂດຍ ພັນເອກ ສີສະ ຫງວນ ອິນທະຈັກ ຜູ້ອຳນວຍການໃຫຍ່ບໍລິສັດ
ລັດວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ແລະ ຕາງໜ້າກົມທະຫານອາກາດແມ່ນ ພັນເອກ ອານິມິດ ວິລະບຸດ ຮອງຫົວ
ໜ້າກົມທະຫານອາກາດກົມໃຫຍ່ເສນາທິການກອງທັບ, ທ່ານ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການທະຫານກອງພັນໃຫຍ່ 703 ກັບ ເຈົ້າຂອງ
ໂຄງການ, ເປັນກຽດໂດຍແມ່ນ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າ
ຮ່ວມເປັນສັກຂີພະຍານ.