ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການສະຫະພັນແມ່ຍິງ ກປທ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 109 ປີ

     ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 109 ປີ (8/3/1910-8/3/2019) ໃນວັນທີ 5 ມີນາ 2019
ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະຫ້ອງການຊາວໜຸ່ມ,
ກຳມະບານ, ຄະນະພັກ-ຄະນະບັນຊາອົງການ, ກົມກອງ ແລະ ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ສະຫາຍຮອງຫົວໜ້າ ກມທ ໃຫ້ກຽດຕາງໜ້າໃຫ້ຫ້ອງການສະຫະພັນແມ່ຍິງ ກປທ ມອບກະຕ່າຂອງຂວັນໃຫ້ສະຫາຍ ພັນເອກ ດຣ ນາງແວ່ນ ແກ້ວອຸທະວົງ

     ພັນເອກ ດຣ ນາງ ແວ່ນແກ້ວ ອຸທະວົງ ອະດີດຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ອະດີດຫົວໜ້າຫ້ອງການສະຫະພັນແມ່ຍິງ ກປທ ໄດ້ຫວນຄືນປະຫວັດ
ຄວາມເປັນມາຂອງວັນແມ່ຍິງສາກົນ ໂດຍວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງ
ຈັກໂຮງງານ, ອຸດສາຫະກໍາຂອງນາຍທຶນຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກເຂົາ, ແຕ່ຊໍ້າພັດເພີ່ມຄວາມລໍາບາກໃຫ້ກັບຊາວຜູ້ອອກແຮງງານ ໂດຍສະເພາະ
ກຳມະກອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະ ບອບຮັກສາສຸຂະພາບຂອງແມ່
ຍິງ ແລະ ເດັກນ້ອຍ, ຖືກດູໝິ່ນປະໝາດ, ຖືແມ່ຍິງເປັນສິນຄ້າ, ຖືກຂົ່ມຂືນທໍາສໍາເລົາ ແລະ ໄລ່ອອກຈາກວຽກ, ເວລາຖືພາ, ເກີດລູກ ຫຼື ເຈັບເປັນບໍ່ໄດ້ຮັບການປິ່ນປົວ, ຕໍ່
ໜ້າສະພາບການດັ່ງກ່າວກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ນາຍທຶນຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ແມ່ຍິງ, ທວງໃຫ້ນາຍທຶນຫຼຸດ
ຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ, ໃນປີ 1910 ຂະບວນ
ການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວິບເອີຣົບ ແລະ ໃນປີນີ້ເອງກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະ
ຄອນຫຼວງຂອງປະເທດເດນມາກ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາເປັນວັນແມ່ຍິງສາກົນ. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນເຫດການການເມືອງ
ທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງໃນທົ່ວໂລກ, ເປັນວັນລະນຶກເຖິງ
ການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບທຽບເທົ່າກັບເພດຊາຍ ທວງໃຫ້ນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ "ຜູ້ໜຶ່ງເຮັດ
ວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກ
ຮານ, ປົກປັກຮັກສາສັນຕິພາບຂອງໂລກ". ພ້ອມດຽວກັນນີ້ຍັງໄດ້ຍົກໃຫ້ເຫັນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງ
ໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ຍົກໃຫ້ເຫັນນະໂຍບາຍຂອງ ສປປ ລາວ ຕໍ່ກັບແມ່ຍິງລາວ, ກົນໄກສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ຄວາມ
ກ້າວໜ້າຂອງແມ່ຍິງໃນ ສປປ ລາວ ແລະ ຍົກໃຫ້ເຫັນວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວໃນປີ 2018 ຜ່ານມາອີກດ້ວຍ.