ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ປະກາດ​ຊັ້ນ​ໃຫ້​ນາຍ​ທະຫານ  

     ກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຈັດພິທີປະກາດເລື່ອນຊັ້ນຈາກພັນຕີຂຶ້ນພັນໂທຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
ໃຫ້ນາຍທະຫານໃນກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈຳນວນ 266 ສະຫາຍ ໃນວັນ ທີ 5 ເມສາ 2017 ນີ້.


ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານ ພິທີ​ປະກາດ​ຊັ້ນ​ໃຫ້​ນາຍ​ທະຫານ

     ໃນໂອກາດທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້, ທ່ານພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຖືວ່າເປັນກຽດອັນສູງສົ່ງຂອງບັນດາສະຫາຍ, ເປັນການປະກອບສ່ວນການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວໃຫ້ມີຄວາມເຂັ້ມແຂງ ມີລະບຽບວິໄນໜັກແໜ້ນຂຶ້ນຕື່ມ ພ້ອມທັງມອບໝາຍໜ້າທີ່ອັນມີກຽດຂອງ ກະຊວງປ້ອງກັນປະເທດ, ໃຫ້ແກ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່, ເປັນໜ້າທີ່ອັນໜັກໜ່ວງໃນການບັນຊາຄຸ້ມຄອງບໍລິຫານວຽກງານ ແລະແບບແຜນວິທີເຮັດວຽກໃຫ້ ກ້າວສູ່ແບບແຜນທັນສະໄໝຂຶ້ນເລື້ອຍໆນັ້ນ, ແມ່ນພາລະໜ້າທີ່ຂອງນາຍທະຫານຈະຕ້ອງເອົາໃຈໃສ່ມີຄວາມຮັບຜິດຊອບໃຫ້ສູງເດັ່ນ ຂຶ້ນກວ່າເກົ່າ. ໄປ ຄຽງຄູ່ກັນນັ້ນ, ຕ້ອງກຳແໜ້ນສະພາບການຂອງໂລກກໍຄື ພາກພື້ນໃນປັດຈຸບັນກຳລັງຜັນປ່ຽນຢ່າງສັບສົນ, ຜູ້ບໍ່ຫວັງດີຕໍ່ ແນວທາງນະໂຍບາຍຂອງ ພັກ-ຂອງລັດຂອງພວກເຮົາໄດ້ໃຊ້ເລ່ລ່ຽມກົນອຸບາຍຫລາຍດ້ານເພື່ອມ້າງເພລະບອບໃໝ່ຂອງພວກເຮົາ ດັ່ງນັ້ນ, ພວກເຮົາຕ້ອງເອົາ ໃຈໃສ່ເຝິກຝົນກໍ່ສ້າງຕົນ ເອງໃຫ້ມີຄວາມໜັກແໜ້ນທາງດ້ານອຸ ດົມການ, ມີຄວາມຈົ່ງພັກດີຕໍ່ ແນວທາງການປ່ຽນແປງໃຫມ່ຂອງພັກ, ຕ້ອງຮູ້ຈຳແນກໄດ້ມິດ ແລະສັດຕູ ຢາກເຮັດ ໄດ້ຄືແນວນັ້ນບັນດາສະຫາຍທີ່ເປັນພະນັກງານນຳພາຕ້ອງໄດ້ເອົາໃຈໃສ່ 2 ປັດໃຈຄື: ປັດໃຈພາວະວິໄສ ແລະ ພາວະນິໄສນອກຕົວຕ້ອງກຳແໜ້ນແນວ ທາງນະໂຍບາຍ ຂອງພັກ ແລະກຳແໜ້ນຂໍ້ກຳນົດ ກົດໝາຍຂອງລັດ, ດຳລົງຊີວິດ ຢ່າງຖືກຕ້ອງ, ມີທັດສະນະຊົນຊັ້ນ, ຫລີກລ່ຽງການໃຊ້ຈ່າຍຟຸມເຟືອຍ ແລ່ນນຳເສດຖະກິດ ແລະ ຫລີກລ່ຽງແນວຄິດເອກະເທດ ເອກະຊົນ, ຕ້ອງເພີ່ມທະວີຄວາມ ຮັບຜິດຊອບຕໍ່ວຽກງານໜ້າທີ່ ການເມືອງຂອງຕົນ, ມີແບບ ແຜນລວມ ສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເພີ່ມຄວາມສາມັກຄີເປັນປຶກ ແຜ່ນຫລີກລ່ຽງແນວຄິດຫ່າງເຫີນ ມະຫາຊົນ, ແບ່ງພັກ ແບ່ງພວກຈຸ້ມເຈື້ອເຊື້ອສາຍ, ຕ້ອງຮູ້ ເອົາໃຈໃສ່ດັດແປງວິທີເຮັດວຽກ ມີຫົວຄິດປະດິດສ້າງບໍ່ລໍຖ້າແຕ່ ຄຳສັ່ງ, ເຮັດວຽກມີແບບແຜນ ວິທະຍາສາດເພື່ອສ້າງກອງທັບໃຫ້ມີແບບແຜນ ແລະທັນສະໄໝ ເປັນກ້າວໆ.