ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍັງສືບຕໍ່ເພີ່ມຂຶ້ນອີກ 46 ຄົນ


     ໃນວັນທີ 5 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລ
ຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານວ່າ: ໃນວັນທີ 04 ພຶດສະພາ 2021
ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,072 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 46 ຄົນ, ໃນນັ້ນມີ ນະຄອນຫຼວງ 19 ຄົນ, ຈໍາປາສັກ
06 ຄົນ, ບໍ່ແກ້ວ 15 ຄົນ ແລະ ສະຫວັນນະເຂດ 06 ຄົນ, ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 99 ຄົນ, ຍັງ
ນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດ ກຳນົດໄວ້ ໃນແຕ່ລະແຂວງ ຈຳນວນ 973 ຄົນ ລາຍລະອຽດດັ່ງນີ້: - ນະຄອນຫຼວງວຽງຈັນ 586 ຄົນ
(ໃໝ່ 19), ມື້ວານອອກໂຮງໝໍ 39 ຄົນ (ມິດຕະພາບ 19 ຄົນ ແລະ ໂຮງໝໍ 103 ອອກ 20 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ) - ແຂວງຈຳ
ປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ ປິ່ນປົວຢູ່ແຂວງຈຳປາສັກ - ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15) - ແຂວງສະຫວັນ
ນະເຂດ 38 ຄົນ (ໃໝ່ 6) - ແຂວງຫຼວງພະບາງ 13 ຄົນ - ແຂວງວຽງຈັນ 14 ຄົນ - ແຂວງສາລະວັນ 7 ຄົນ - ແຂວງຫຼວງນ້ຳທາ 6 ຄົນ - ແຂວງອຸດົມ
ໄຊ 8 ຄົນ - ແຂວງຜົ້ງສາລີ 3 ຄົນ - ແຂວງໄຊຍະບູລີ 3 ຄົນ - ແຂວງບໍລິຄຳໄຊ 3 ຄົນ - ແຂວງຄຳມ່ວນ 1 ຄົນ - ແຂວງຊຽງຂວາງ 1 ຄົນ ຄົນເຈັບທຸກ
ຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. + ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ ໃນວັນທີ
4 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1,823 ຄົນ: - ຈຸດຜ່ານດ່ານ ລາວ - ໄທ ທັງໝົດ 1,103 ຄົນ; - ຈຸດຜ່ານດ່ານ ລາວ-ຈີນ
ທັງໝົດ 16 ຄົນ; - ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 702 ຄົນ; - ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 2 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານ
ແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກໆຄົນ ມາກວດຫາເຊື້ອ COVID-
19 ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ + ການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍ
ລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 56 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,685 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-
19. + ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 46 ຄົນ (ກໍລະນີຢັ້ງຢືນທີ 1,027-1,072) - ສຳລັບຄົນເຈັບກໍລະນີໃໝ່ 19 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ
ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ. - ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ ແລະ
ສະຫວັນນະເຂດ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ. - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່,
ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະ
ແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ. + ສຳລັບ ສະຖານທີ່ກວດຊອກຫາເຊື້ອ ຢູ່ນະຄອນຫຼວງວຽງຈັນ ແມ່ນມີ: ນອກຈາກໂຮງໝໍທີ່ບໍລິການເກັບຕົວ
ຢ່າງແລ້ວ ຍັງມີອີກ 03 ຈຸດ: - ມສ ສີໂຄດ - ມສ ລາວຫວຽດ - ສະໜາມ ກິລາເຈົ້າອານຸວົງ ແລະ ນອກນັ້ນ ຍັງມີທີມເກັບຕົວຢ່າງເຄື່ອນທີ່ + ສຳລັບ ສະ
ຖານທີ່ຈຸດບໍລິການໃຫ້ວັກຊິນ ນອກຈາກໂຮງໝໍເມືອງແລ້ວ ຍັງມີຢູ່: - ມວສ ດົງໂພສີ - ວຽງຈັນເຊັນເຕີ - ສູນກາງຄ້າຊັງຈຽງ - ສູນການຄ້າລາວ-ໄອເຕັກ
ອີກສິ່ງໜຶ່ງທີ່ສຳຄັນ ແລະ ທຸກຄົນໃນສັງຄົມ ຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການນຳກັນ ກໍ່ຄື ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ
ແມ່ນຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດໃນຄອບຄົວ ພ້ອມທັງໃຫ້ໄປກວດຫາເຊື້ອໂດຍໄວ ຕາມຈຸດກວດທີ່ໄດ້ກ່າວມາຂ້າງເທິງນັ້ນ.

     ພາຍຫຼັງກວດແລ້ວໃຫ້ຮີບຮ້ອນກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນໆ ເປັນເວລາ 14 ວັນ. ຖ້າຜົນກວດ
ໃຫ້ຜົນບວກ ແພດຈະແຈ້ງ ແລະ ຕິດຕໍ່ຫາທ່ານທັນທີ, ຖ້າຜົນລົບ ແພດບໍ່ແຈ້ງ ແຕ່ຕ້ອງສືບຕໍ່ກັກຕົວເອງໃຫ້ຄົບ 14 ວັນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/05/2021