ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດ
ການເຂົ້າຮ່ວມກອງປະຊຸມປຶກສາຫາລື ສັງກຣີລາ ຄັ້ງທີ 16

     ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເດີນທາງ
ໄປຮ່ວມກອງປະຊຸມປຶກສາຫາລື ຊັງກຣີລາ ຄັ້ງທີ 16 (Shangri - La Dialogue) ທີ່ປະເທດສິງກະໂປໃນລະຫວ່າງວັນທີ 2-4 ມີຖຸນາ 2017 ທີ່ຜ່ານມາ.


ພົນຕີ ອ່ອນສີ ແສນສຸກ ສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລື ສັງກຣີລາ ຄັ້ງທີ 16

     ໃນກອງປະຊຸມດັ່ງກ່າວມີບັນດາຜູ້ນໍາ, ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຂັ້ນສູງກະຊວງປ້ອງກັນປະເທດ ຈາກ 26 ປະເທດ ແລະ ຜູ້ຕາງ
ໜ້າຈາກສະຖາບັນຄົ້ນຄ້ວາຍຸດທະສາດຈາກບັນດາປະເທດໃນຂົງເຂດອາຊີ-ປາຊີຟິກ ເຂົ້າຮ່ວມ.

     ກອງປະຊຸມແມ່ນໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການທີ່ເກີດຂຶ້ນ ແລະ ບັນດາສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ ເປັນ
ຕົ້ນແມ່ນ: ການກໍ່ການຮ້າຍ ໂດຍສະເພາະແມ່ນການແຜ່ລາມ ເຄືອຂ່າຍຂອງກຸ່ມກໍ່ການຮ້າຍເຂົ້າມາໃນພາກພື້ນ, ບັນຫາຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ບັນ
ຫາທະເລຈີນໃຕ້ ແລະ ຄວາມໝັ້ນຄົງອື່ນໆ. ໃນນັ້ນໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ຂອງພາກພາກພື້ນໂດຍອີງ
ໃສ່ລະບຽບກົດໝາຍສາກົນ.

     ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລື ຊັງກຣີລາ ໃນຄັ້ງນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຍັງໄດ້ເຂົ້າຮ່ວມການພົບປະລັດຖະມົນຕີປ້ອງກັນປະ
ເທດອະເມຣິກາ-ອາຊຽນ ໃນວັນທີ 4 ມິຖຸນາ 2017 ເຊິ່ງເປັນເຈົ້າພາບ ແລະ ປະທານໂດຍ ທ່ານ ເຈມ ມາ ທິດສ, ລັດຖະມົນຕີກະຊວງປ້ອງກັນປະເທດ ສ
ອາເມຣິກາ. ບັນ ດາຫົວໜ້າຄະນະໄດ້ຜັດປ່ຽນ ແລກປ່ຽນທັດສະນະກ່ຽວກັບສິ່ງທ້າທາຍທາງດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ໄດ້ເນັ້ນເຖິງບົດບາດ
ຂອງສະຫະລັດອະເມຣິກາ ໃນຖານະທີ່ເປັນປະເທດຄູ່ເຈລະຈາ ແລະ ມີສາຍພົວພັນ ກັບອາຊຽນມາເປັນເວລາຍາວນານສືບຕໍ່ປະກອບສ່ວນເຂົ້າໃນການແກ້
ໄຂບັນຫາສິ່ງທ້າທາຍຂອງພາກພື້ນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.