ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຄະນະຜູ້ແທນສະຖາບັນຍຸດທະສາດ
ປ້ອງກັນຊາດກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ 5 ມິຖຸນາ 2018 ນີ້, ຢູ່ທີ່ຫ້ອງຮັບແຂກກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ອ່ອນສີ ແສນສຸກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບສະຫາຍ ພົນຈັດຕະວາ ດັ້ງ ກວາງ ມິງ ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ກະ
ຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຄະນະຜູ້ແທນສະຖາບັນຍຸດທະສາດ ປ້ອງກັນຊາດກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

     ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຄັ້ງນີ້ ເປັນ
ການເສີມຂະຫຍາຍສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າລວມ, ເວົ້າສະ
ເພາະກໍແມ່ນສອງກອງທັບປະຊາຊົນລາວ ກັບກອງທັບປະຊາຊົນຫວຽດນາມໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມ. ໂອກາດດຽວກັນ ທ່ານຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມໃນໄລຍະຜ່ານມາ ພ້ອມທັງອວຍພອນໃຫ້ ສະ
ຫາຍຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

     ສະຫາຍ ພົນຈັດຕະວາ ດັ້ງ ກວາງ ມິງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດເຮົາ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ,
ສອງກອງທັບຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນຈະໄດ້ຮັບການຮັດແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ສະຫາຍຍັງໄດ້ໃຫ້ຄຳໝັ້ນ
ສັນຍາວ່າ: ກອງທັບປະຊາຊົນຫວຽດນາມຈະສືບຕໍ່ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ໂດຍສະເພາະແມ່ນການກໍ່ສ້າງຍົກລະດັບໃຫ້ພະນັກງານໃນຂະ
ແໜງການຕ່າງໆ.

     ໃນຕອນເຊົ້າວັນດຽວກັນນີ້ ຄະນະຜູ້ແທນດັ່ງກ່າວກໍໄດ້ເຮັດວຽກຮ່ວມກັບກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດແຫ່ງ
ສປປ ລາວຕື່ມອີກ.