
ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກົມໃຫຍ່ເສນາທິການກອງທັບ

    ພົນຕີ  ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກົມໃຫຍ່ເສນາທິການກອງທັບ
     ໃນວັນທີ  30 ພຶດສະພາ  2019 ນີ້, ໂຮງພິມກົດລັບໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກົມໃຫຍ່ເສນາທິການກອງທັບປະຈຳເດືອນ
    05/2019 ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະ
    ນະພັກ-ຄະນະບັນຊາ, ບັນດາຫ້ອງການ, ສູນ, ໂຮງຮຽນ ແລະ  ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມທັງໝົດ 52  ສະຫາຍ, ຍິງ 1 ສະຫາຍ.
     ກອງປະຊຸມຄັ້ງນີ້ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການອັນພົ້ນເດັ່ນ  ໂດຍສະເພາະການຊີ້ນຳ-ນຳພາວຽກງານຮອບດ້ານຂອງພັກແຕ່ລະກົມກອງ, ຈາກນັ້ນກໍໄດ້ຮັບ
    ຟັງການລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງໜ່ວຍພັກໂຮງພິມກົດລັບ, ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດ
    ຖອນໄດ້ໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງໃນນັ້ນພົ້ນເດັ່ນ
    ແມ່ນການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫົງບ, ວຽກງານເຕັກນິກການພິມ, ວຽກງານອົບຮົມ-ຫັດແອບປະຈຳປີ, ປັບ ປຸງລະບົບປະຈຳການກຽມພ້ອມສູ້ຮົບຕະ
    ຫຼອດ 24  ຊົ່ວໂມງຢ່າງເປັນປະຈຳ ແລະ ເຂັ້ມງວດ, ຈັດຕັ້ງອອກເຄື່ອນໄຫວຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫົງບປອດໄພ  100% ແລະ ຕ້ານບັນດາ
    ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ  ກໍຄືກົມກອງໃນໄລຍະທີຜ່ານມາ ພ້ອມນີ້ຍັງຍົກໃຫ້ເຫັນສະພາບການຕ່າງໆ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ນຳ
    ພາແນວຄິດໃຫ້ພະນັກງານສະມາຊິກພັກ, ນັກຮົບໃຫ້ມີຄວາມໜັກແໜ້ນ, ໂດຍອີງຕາມຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບຢ່າງເຂັມງວດ, ສຸມໃສ່ເຮັດ
    ວຽກງານຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ, ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນເພື່ອຊອກຫາຊ່ອງທາງວິທີການຕ້ານ  ແລະ ສະກັດກັ້ນ
    ບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າ, ສ້າງໃຫ້ກົມກອງກາຍເປັນກົມກອງ 3 ປອດຄື: ປອດໃສ, ປອດໄພ, ປອດຄະດີ ແລະ ກາຍເປັນໜ່ວຍພັກປອດໃສ, ເຂັ້ມ
    ແຂງ, ໜັກແໜ້ນ.
     ໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ມີຄຳເຫັນໂອ້ລົມ  ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາ
    ໄດ້ໃນເດືອນຜ່ານມາ  ພ້ອມທັງຍົກໃຫ້ເຫັນສະພາບຂອງພາກພື້ນສາກົນທີ່ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນພາກພື້ນ  ເພື່ອເປັນບ່ອນອີງໃຫ້
    ແກ່ການຈັດຕັ້ງປະຕິບັດວຽກງານປະຈຳເດືອນຕໍ່ໄປໃຫ້ສຳເລັດ, ພ້ອມນີ້ກໍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງສືບຕໍເອົາໃຈໃສ່ສຶກສາອົບຮົມການ
    ເມືອງນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນໃນການປະກອບສ່ວນປະຕິບັດໜ້າທີ່ວຽກງານລວມຂອງກົມກອງ 
    ກໍຄືວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ  ແລະ
    ເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມກັນຕ້ານ ແລະ  ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ, ສ້າງເງື່ອນໄຂ ແລະ ສິ່ງອຳນວຍຄວາມສະ
    ດວກໃຫ້ແຕ່ລະກົມກອງສາມາດປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້.