ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 6 ຄົນ, 4 ຄົນເປັນກໍລະນີນຳເຂົ້າ

     ວັນທີ 6 ມີຖຸນາ ປີ 2021 ນີ້, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງ
ເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ
COVID-19 ຢູ່ ສປປ ລາວ ມາຮອດປັດຈຸບັນ ຕິດເຊື້ອສະສົມ 1,963 ກໍລະນີ (ໃໝ່ 6), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,714
ກໍລະນີ (ໃໝ່ 21), ກຳລັງປິ່ນປົວ 240 ກໍລະນີ. ວັນທີ 5 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,685 ຕົວຢ່າງ ກວດພົບຜູ້ຕິດເຊື້ອ
ທັງໝົດ 6 ກໍລະນີ, ໃນນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

     ສຳຫຼັບ ແຂວງສະຫວັນນະເຂດ 3 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດ
ໄທ ຖືກຕ້ອງຕາມກົດໝາຍ. ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ - ວັນທີ 30/5-3/06/2021: ປະຈໍາການຢູ່ຮ້ານຂາຍເຄື່ອງກິລາ ເຂດທາດ
ຫຼວງ (Vector Football Store) - ວັນທີ 2-3/06/2021: ເຮືອນສວນຂອງຄອບຄົວ ຢູ່ບ້ານໂນນມບູນ ເມືອງສີໂຄດຕະບອງ ສະພາບການລະບາດພະ
ຍາດ COVID-19 ໃນທົ່ວໂລກ ຍັງຄົງສືບຕໍ່ເພີ່ມຂື້ນ ເຊີ່ງເປັນຜົນກະທົບອັນໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ບັນດາປະເທດອ້ອມຂ້າງ ສປປ
ລາວ ກໍ່ຍັງສືບຕໍ່ມີການລະບາດໃນຊຸມຊົນເປັນວົງກ້ວາງ. ເຖິງວ່າການລະບາດຢູ່ໃນປະເທດຂອງພວກເຮົາ ຈະມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງໄດ້ຮັບການລາຍງານ
ໃນແຕ່ລະວັນ, ຍັງມີກໍ ລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນ ແລະ ມີບາງກໍລະນີບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

     ຕໍ່ກັບສະພາບການດັ່ງກ່າວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ 4 ມີຖຸນາ 2021
ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປ ລາວ ເຊິ່ງເປັນໄລຍະທີ 4
ຈົນເຖິງວັນທີ 19 ມີຖຸນາ 2021 ແລະ ຍັງສືບຕໍ່ປະຕິບັດມາດຕະການ ຕາມຄຳສັ່ງເລກທີ 15/ນຍ. ບັນດາທ່ານທີ່ນັບຖື ໂດຍຄວາມເປັນຫ່ວງເປັນໃຍຂອງ
ພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ສຸມທຸກກຳລັງແຮງ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19,
ສະນັ້ນ ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື
ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ການຢູ່ເຮືອນ ແລະ
ບໍ່ເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ທີ່ສໍາຄັນໃນການຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ
ໃນປະເທດເຮົາ. ການປະຕິບັດດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງມີຄວາມຈຳເປັນ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ດ້ວຍ
ເຈວ ແລະ ເຫຼົ້າ 70% ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ການເຮັດວຽກຢູ່ບ້ານ ຫຼື
ຜັດປ່ຽນກັນມາປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້. ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະ
ຍາດໂຄວີດ-19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍ
ມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບ
ຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈຶ່ງອອກ
ມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/06/2021