ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາກສ່ວນຕ່າງໆຍັງສືບຕໍ່ຊ່ວຍເຫຼືອເຄື່ອງຮັບໃຊ້ທາງດ້ານການແພດ
ແລະ ເຄື່ອງບໍລິໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ

     ໃນອາທິດຜ່ານມານີ້, ຍັງມີຫຼາຍພາກສ່ວນໆສືບຕໍ່ຊ່ວຍເຫຼືອ ເຄື່ອງຮັບໃຊ້ທາງດ້ານການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ໂຮງໝໍສູນກາງ 103 ກອງ
ທັບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນໂຮງໝໍສູນກາງ 103 ກອງທັບ, ໃນນີ້ລວມມີ ບໍ
ລິສັດ ໄຊຫຼິນ ໄບໂອ - ໄຊເອິນ ລາວ ຈຳກັດ ໄດ້ມອບເຈວລ້າງມື ຈຳນວນ 1 ແກັດ ລວມມູນຄ່າ 3 ລ້ານກີບ, ບໍລິສັດ ລາວພັນທະມິດຟາມາ ກຣຸບ ຈຳ
ກັດ ໄດ້ມອບ ເຈວລ້າງມື ຈຳນວນ 1 ແກັດ ລວມມູນຄ່າ 3 ລ້ານກີບ, ຮ້ານ T2 ອາໄຫຼ່ ສາຂາ 1 ແລະ ສາຂາ 2 ໄດ້ມອບນ້ຳດື່ມຈຳນວນ 60 ແກັດ
ລວມມູນຄ່າ 2 ລ້ານກ່ວາກີບ.

     ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຮີບດ່ວນ, ທັງເປັນການຊຸກຍູ້ຊ່ວຍເຫຼືອພະນັກງານແພດໝໍທີ່ກຳລັງປະຕິບັດ
ໜ້າທີ່ ທີ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດໂຄວິດ-19 ໂດຍສະເພາະແມ່ນໜ່ວຍງານແກ້ໄຂປິ່ນປົວສຸກເສີນ, ໜ່ວຍງານກວດພະຍາດເຂດນອກ,
ໜ່ວຍງານກວດກາກັ່ນຕອງຄົນເຈັບ ເພື່ອຕ້ານ ແລະ ສະກັດກັ້ນການຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນໂຮງໝໍສູນກາງ 103 ກອງທັບ ເພື່ອໃຫ້ມີຄວາມ
ປອດໄພສູງສຸດ.

     ເມື່ອເຫັນໄດ້ຄວາມຈຳເປັນຄືແນວນັ້ນພາກສ່ວນຕ່າງໆ ຈຶ່ງໄດ້ສືບຕໍ່ສະຫຼະວັດຖຸປັດໄຈຊຸກຍູ້ຊ່ວຍເຫຼືອເປັນຕົ້ນແມ່ນເຄື່ອງຮັບໃຊ້ທາງດ້ານການແພດ
ທີ່ຈຳເປັນ ແລະ ເຄື່ອງບໍລິໂພກປະເພດນ້ຳດື່ມ ເພື່ອມອບໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ, ທັງເປັນການຊຸກຍູ້ກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກ
ຄົນທີ່ກຳລັງປະຕິບັດໜ້າທີ່ໃນເວລານີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/06/2021