ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຮັບສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ຂອງເຂດ 7

     ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2018 ນີ້, ທີ່ກອງພັນໃຫຍ່ 703, ໄດ້ຈັດກອງປະຊຸມຮັບສ່ອງແສງລາຍງານວຽກງານຮອບດ້ານປະຈຳໄຕມາດ II
ປີ 2018 ເຂດ 7 ຢ່າງເປັນທາງການ ໂດຍເປັນປະທານຂອງສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະ
ຊວງປ້ອງກັນປະເທດ ແລະ ມີບັນດາຕົວແທນຂອງແຕ່ລະກົມກອງເຂດ 7 ເຂົ້າຮ່ວມ.


ພົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມຮັບສ່ອງແສງລາຍງານວຽກງານຮອບດ້ານປະຈຳໄຕມາດ II ປີ 2018 ເຂດ7

     ໃນກອງປະຊຸມຜູ້ຕາງໜ້າແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກົມກອງໃນໄລຍະໄຕມາດ II
ປີ 2018 ຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ສະພາບຂອບເຂດກົມກອງທີ່ຮັບຜິດຊອບມີຄວາມສະຫງົບ, ພ້ອມກັບວຽກ ງານການສຶກສາອົບຮົມ
ການເມືອງນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບມີຄວາມທຸ່ນທ່ຽງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິສູງຕໍ່ໜ້າທີ່ ແລະ ຄວາມຮັບຜິດ
ຊອບຂອງຕົນ, ເປັນເຈົ້າການປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບຢ່າງເຂັ້ມງວດ, ເອົາໃຈໃສ່ຕໍ່ວຽກງານປັບປຸງກໍ່ສ້າງ
ກຳລັງ, ສ້າງພັກ-ພະນັກງານໃຫ້ປອດໃສເຂັ້ມແຂງໜັກແໜ້ນ.

     ໃນຕອນທ້າຍສະຫາຍ ພົນຕີ ຄຳສີ ວົງຄຳຊາວ ໄດ້ໃຫ້ທິດຊີ້ນຳ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງສືບຕໍ່ເອົາໃຈໃສ່ວຽກ
ງານອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ດີ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາໃຫ້ສອດຄ່ອງ, ສືບຕໍ່ຈັດ
ຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງໃນຂອບເຂດກົມກອງຮັບຜິດຊອບຢ່າງຕັ້ງໜ້າ, ປຸກລະດົມປວງຊົນເຮັດວຽກງານ ປກຊ-ປກສ ແລະ ຍົກສູງສະຕິ
ເປັນເຈົ້າການທາງດ້ານການຜະລິດປູກຝັງ-ລ້ຽງສັດ, ບົນຈິດໃຈເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຮັດສຳເລັດໜ້າທີ່ວຽກ
ງານການເມືອງຂອງກົມກອງ.