ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມລົດຕັງ-ຍານເກາະສໍາເລັດບັ້ນ ອົບຮົມ-ຫັດແອບໄລຍະສັ້ນ


     ໃນ ວັນທີ 5 ສິງຫາ ນີ້, ກົມລົດຕັງ-ຍານເກາະກົມໃຫຍ່ເສນາທິການກອງທັບ ໄດ້ສໍາເລັດບັ້ນ ອົບຮົມ-ຫັດແອບໄລຍະສັ້ນ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມແຂ່ງ
ຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍ ໃນປີ 2020, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະພັກກະຊວງ ຮອງ ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ມີສະຫາຍ ພັນເອກ ຢາບູໂລບ ຫົວໜ້າ ຫ້ອງການ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈຳລາວ, ມີຄະນະນຳກະຊວງ, ຕາງໜ້າກົມໃຫຍ່,
ກົມນ້ອຍ, ຫ້ອງການ, ກອງອ້ອມຂ້າງກົມໃຫຍ່ເສນາທິການກອງທັບ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮອງຫົວໜ້າ ກົມລົດຕັງຍານເກາະ ກົມໃຫຍ່ເສນາທິການກອງທັບ, ທັງເປັນ ຫົວໜ້າ ທີມລົດຕັງຍານເກາະກອງທັບປະຊາຊົນ
ລາວ ໃນການເຂົ້າຮ່ວມແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍ ປີ 2020 ໄດ້ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບຄັ້ງນີ້ ກໍເພື່ອເປັນການກະກຽມຄວາມ ພ້ອມຂອງບັນດາ
ນັກກີລາແຕ່ລະ ສະຫາຍ ໃຫ້ມີຄວາມຊຳນານຄ່ອງແຄ້ວທາງດ້ານວິຊາສະເພາະຂອງຈຸບັນຊາ, ນັກຂັບຂີ່ ແລະ ນັກຍິງ. ຜ່ານການເຝິກແອບຕົວຈິງໃນໄລຍະຜ່ານມາເຫັນ
ໄດ້ວ່າແຕ່ລະສະຫາຍ ແມ່ນໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າເຂົ້າໃນການເຝິກຊ້ອມຕາມບົດຮຽນທີ່ໄດ້ແຂ່ງຂັນ ໃນຊຸມປີຜ່ານມາ, ໂດຍປະຕິບັດຕາມຫຼັກການແຂ່ງຂັນຄື: ເລີ່ມ
ອອກລົດຮັບລູກປືນ, ໄປຈຸດຍິງເປົ້າໝາຍ, ເຄື່ອນທີ່ດັບສູນເປົ້າໝາຍ. ໃນນີ້, ໄດ້ຕີລາຄາຜົນໄດ້ຮັບສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ທັງນີ້,
ກໍເພື່ອເປັນການຮັບປະກັນ ໃຫ້ແກ່ການເຂົ້າຮ່ວມແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍ ໃນ ປີ 2020 ໃຫ້ໄດ້ຮັບໝາກຜົນອັນດີເພື່ອເຮັດໃຫ້ກອງທັບປະຊາຊົນລາວ ມີ
ໃບໜ້າອັນໃໝ່.