ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງກວດກາ​ແຜນການຈັດ​ວາງ​ສະ​ແດງ
ຮູບ​ພາບ ​ແລະ​ ການສະ​ແດງ​ສິລະ​ປະ ​ທີ່​ຈະ​ເອົາ​​ໄປສະ​ແດງ​ທີ່ ສ ​ລັດ​ເຊຍ


     ວັນທີ 5 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ
ຕີ ກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ ລົງຕິດຕາມກວດກາການກະກຽມງານວາງສະແດງຮູບພາບວັດທະນະທໍາລາວແບບຈໍາລອງທີ່ຫໍພິພິທະພັນປະ
ຫວັດສາດ ກອງທັບ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກີລາການທະຫານສາກົນ 2021 ທີ່ຈະຈັດຂຶ້ນຢູ່ສະຫະພັນຣັດເຊຍ.

     ສະຫາຍ ພັນເອກ ຄໍາສີ ລີ່ຝຸງ ຫົວໜ້າ ອໍານວຍການຫໍພິພິທະພັນປະຫວັດສາດກອງທັບ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຍົກໃຫ້ເຫັນຂໍ້ສະ
ດວກ ແລະ ຂໍ້ຫຍຸ້ງຍາກໃນການຫ້າງຫາກະກຽມໃຫ້ຂັ້ນເທິງໄດ້ຮັບຊາບ, ເຊິ່ງຕະຫຼອດໄລຍະທີ່ຜ່ານມານັບແຕ່ໄດ້ຮັບແຈ້ງການ ຈາກຂັ້ນເທິງໄດ້ຮັບມອບ
ໝາຍວຽກອັນສໍາຄັນ ນີ້, ຄະນະພັກ-ຄະນະບັນຊາກົມກອງຂອງພວກເຮົາກໍໄດ້ພ້ອມພຽງກັນຫັນເປັນແຜນວຽກອັນລະອຽດ, ໂດຍແບ່ງຄວາມຮັບຜິດຊອບ
ໃຫ້ແຕ່ລະພະແນກການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ສໍາລັບການຫ້າງຫາກະກຽມງານວາງສະແດງຮູບພາບ ວັດທະນາທໍາລາວ
ເພື່ອກຽມເຂົ້າຮ່ວມວາງສະແດງຮູບພາບງານແຂ່ງຂັນກີລາການທະຫານສາກົນ 2021 ໃນຄັ້ງທໍາອິດນີ້, ແມ່ນແບ່ງອອກ 4 ພາກໃຫຍ່ເບື້ອງຕົ້ນແມ່ນນໍາ
ສະເໜີ:1. ທີ່ຕັ້ງພູມສັນຖານຂອງປະເທດລາວ 2. ວັດທະນະທໍາ, ຮີດຄອງປະເພນີຂອງ ປະຊາຊົນລາວບັນດາເຜົ່າ 3. ບັນດາແຫຼ່ງ ທ່ອງທ່ຽວທີ່ສໍາຄັນຂອງ
ປະເທດລາວ ແລະ 4. ພາກການພົວພັນ ຮ່ວມມື ລາວ-ຣັດເຊຍ. ຮູບພາບປະກອບທັງໝົດ130 ຮູບພາບລວມທັງພາບປະຈັກຕາແຕ່ລະຮູບພາບແມ່ນໄດ້
ຂຽນເປັນພາສາ ລາວ ແປເປັນພາສາອັງກິດ. ບັນດາຮູບພາບທີ່ນໍາມາຈັດວາງສະແດງລ້ວນແລ້ວແຕ່ມີເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງສ່ອງແສງ
ເຖິງວັດທະນະທໍາ ທີ່ເປັນເອກະລັກຂອງຊາດລາວ ແລະ ມູນເຊື້ອແຫ່ງການພົວພັນຮ່ວມມືທີ່ດີມີມາແຕ່ຍາວນານລະຫວ່າງສອງພັກ-ສອງລັດ ແລະ ສອງ
ກອງທັບ ລາວ-ຣັດເຊຍ. ຈາກນັ້ນ, ຍັງໄດ້ຊົມການຈັດວາງ ສະແດງຮູບພາບວັດທະນະທໍາ ຕົວຈິງໂດຍລວມແລ້ວແມ່ນເຫັນ ດີເປັນເອກະພາບ, ສອດຄອງ
ແລະ ແທດເໝາະກັບເນື້ອໃນ, ພ້ອມເນັ້ນໜັກໃຫ້ພາກສ່ວນຮັບຜິດເອົາໃຈໃສ່ປັບປຸງດັດແກ້ບາງດ້ານໃຫ້ມີເນື້ອໃນສົມບູນແທດເໝາະສອດຄອງກັບກົດ
ກະຕິກາອະນຸກໍາມະການກໍານົດໄວ້, ພ້ອມກັບອໍານວຍຄວາມສະດວກ ໃນການກະກຽມ ແລະ ການປະສານງານກັນລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ນອກນັ້ນ
ຍັງໄດ້ແນະນໍາໃຫ້ຜູ້ບັນລະຍາຍນໍາທ່ຽວເອົາໃຈໃສ່ເຝິກຊ້ອມທັກສະການນໍາທ່ຽວໃຫ້ຄ່ອງແຄ້ວລຽນໄຫຼດີ, ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ ການກະກຽມ
ຄວາມພ້ອມຮອບດ້ານໃນການເຂົ້າຮ່ວມງານແຂ່ງຂັນງານວາງສະແດງຮູບພາບວັດທະນະທໍາອັນດີງາມຂອງຊາດລາວໃນເວທີສາກົນໃນຄັ້ງນີ້ສາມາດເປັນ
ແມ່ເຫຼັກດຶງດູດທ່ານແຂກຜູ້ມາຊົມ ໃຫ້ປະທັບໃຈ ແລະ ໂອກາດດຽວກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮັບຊົມການສະແດງຂອງ
ໜ່ວຍງານສິລະປະກອນກອງທັບປະຊາຊົນລາວ ຜ່ານບົດເພັງ, ບົດຟ້ອນໝູ່ຍິງ-ຊາຍ, ບົດຟ້ອນປະກອບສຽງເພັງການກໍາເນີດເຕີບໃຫຍ່ເຂັ້ມແຂງຂອງກອງ
ທັບເຮົາ, ບົດຟ້ອນຮ່ວມ ລາວ-ຣັດເຊຍ ເປັນກໍາລັງແຮງຍູ້ໜູນການເຂົ້າຮ່ວມກີລາການທະຫານຂອງເຫຼົ່າຮົບຕ່າງໆ ທີ່ຈະເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ພ້ອມ
ກັນຍາດເອົາຜົນງານທີ່ດີມາສູ່ກອງທັບປະຊາຊົນລາວ ກໍຄື ປະຊາຊົນລາວ ບັນດາເຜົ່າໄດ້ຊື່ນຊົມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/08/2021