ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ທິບໍດີ ​ແຫ່ງ ສ ​ເກົາຫຼີ ​ເດີນທາງ ມາ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ສປປ ລາວ


     ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມພັນລະຍາ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢ່າງເປັນທາງການທີ່ ສປປ ລາວ ໃນ ລະຫວ່າງວັນທີ
05-06 ກັນຍາ 2019, ເພື່ອເສີມຂະຫຍາຍຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາ ຫຼີ ໃຫ້ນັບມື້ແຕກດອກ
ອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ ສອງຊາດ ລາວ-ສ ເກົາຫຼີ. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດໃນຕອນ
ບ່າຍຂອງ ວັນທີ 05 ກັນຍາ 2019 ທີ່ທໍານຽບປະທານປະເທດ ນະຄອນຫຼວງວຽງຈັນ, ໂດຍມີພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນ
ລະຍາ ແລະ ຄະນະຜູ້ແທນທາງການຝ່າຍລາວໃຫ້ການຕ້ອນຮັບ.

     ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍການນໍາຂັ້ນສູງຄະນະຜູ້ແທນທາງການຂອງຝ່າຍລາວ ໄດ້
ດໍາເນີນການພົບປະສອງຝ່າຍ ກັບພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ແລະ ຄະນະຜູ້ແທນຂັ້ນສູງຂອງຝ່າຍ ສ ເກົາຫຼີ. ໃນ ການພົບປະສອງຝ່າຍພະນະທ່ານ ປະທານ
ປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ທີ່ໄດ້ ນຳພາຄະນະຜູ້ແທນຂັ້ນສູງຂອງ ສ ເກົາຫຼີ
ເດີນທາງມາຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ
ງາມຂອງສອງປະເທດ ລາວ-ສ ເກົາຫຼີ ໃຫ້ນັບ ມື້ພັດທະນາດີຂຶ້ນ, ສອງຝ່າຍໄດ້ພ້ອມກັນຕີລາຄາສູງ ແລະ ທົບທວນຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ
ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນນັບແຕ່ປີ 1995 ເປັນຕົ້ນມາ ເຫັນວ່າການພົວພັນຮ່ວມມືສອງຝ່າຍນັບມື້ ໄດ້ຮັບການເສີມຂະຫຍາຍຢ່າງ
ກວ້າງຂວາງ, ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງ ການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ໃນປີ 2020 ທີ່ຈະມາເຖິງນີ້ ເຊິ່ງເປັນປີທີ່ມີຄວາມໝາຍ
ສໍາຄັນ ໂດຍສອງຝ່າຍຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 25 ປີ.

     ສອງຝ່າຍໄດ້ສະແດງຄວາມຢືນຢັນທີ່ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ສປປ ລາວ-ສ ເກົາຫຼີ
ເພື່ອໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ, ສືບຕໍ່ຊຸກຍູ້ເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນແມ່ນການແລກປ່ຽນ ການຢ້ຽມຢາມສອງຝ່າຍ, ການ
ຮ່ວມມືດ້ານ ການເມືອງ, ການທູດ, ການຄ້າ-ການ ລົງທຶນ, ດ້ານກະສິກຳ, ດ້ານພະລັງງານ, ການພັດທະນາພື້ນຖານໂຄງລ່າງ, ດ້ານນະວັດຕະກຳ, ດ້ານການທ່ອງທ່ຽວ,
ດ້ານສາທາລະນະສຸກ, ດ້ານແຮງງານ, ການພັດທະນາຊົນນະບົດ ກໍຄືການຮ່ວມມືເພື່ອການພັດທະນາ ແລະ ອື່ນໆ.

     ພ້ອມນັ້ນ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະ
ໜູນ ສປປ ລາວ ໄລຍະຜ່ານມາ. ພິເສດ, ໃນໄລຍະທີ່ ສປປ ລາວ ໄດ້ປະສົບກັບໄພພິບັດທຳມະຊາດ ຢູ່ແຂວງອັດຕະປື ໃນປີ 2018, ໂດຍລັດຖະບານ ສ ເກົາຫຼີ ໄດ້ເອົາ
ໃຈໃສ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ, ວັດຖຸປັດໄຈ ແລະ ທີມ ແພດຕ່າງໆໃຫ້ແກ່ ສປປ ລາວ. ໃນ ຂະນະດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ກໍ
ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ລັດຖະບານ ແລະ ປະຊາຊົນລາວ ໃຫ້ແກ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງຕົນພ້ອມຄະນະໃນຄັ້ງນີ້,
ພ້ອມທັງ ສະແດງຄວາມຍິນດີສືບຕໍ່ເສີມຂະຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ລາວ-ສ ເກົາຫຼີ ໃຫ້ນັບມື້ໄດ້ຮັບການເສີມ
ຂະຫຍາຍຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ສ ເກົາຫຼີ-ລາວ. ພາຍຫຼັງພົບປະສອງຝ່າຍ, ຜູ້ນໍາຂອງສອງປະເທດ ໄດ້ເຂົ້າຮ່ວມເປັນສັກຂີພະຍານ
ໃນພິທີລົງນາມເອກະສານການຮ່ວມມື 4 ສະບັບ ໃນຂົງເຂດ ICT, ອຸດສາຫະກຳແລະ ການຄ້າ, ກະສິກຳ ແລະ ການພັດທະນາເສດຖະກິດ.