ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ
ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ (ແບບທາງໄກ)


     ໃນວັນທີ 4 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນ
ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24, ກອງປະຊຸມສະພາປະ ສານງານອາຊຽນ ຄັ້ງທີ 30 ແລະ ກອງປະ
ຊຸມລັດຖະມົນຕີຕ່າງປະເທດອາຊຽນ ( ແບບທາງໄກ) ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021.

     ຈຸດປະສົງຂອງ 3 ກອງປະ ຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ ແລະ ເພື່ອກະກຽມທັງ
ທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນ
ລະຫວ່າງວັນທີ 26-28 ຕຸລາ 2021 ແບບທາງໄກ. ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 ໄດ້ຮັບຊາບຄວາມຄືບໜ້າ
ວຽກງານຂອງຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-
ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງ ໄດ້ຊຸກຍູ້ຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພີ່ມຄວາມເປັນເຈົ້າ
ການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ. ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ໄດ້ຮັບ
ຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ປີ 2021 ຂອງ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ແລກປ່ຽນຄໍາຄິດ
ເຫັນຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ
ແມ່ນ ການຈັດຕັ້ງປະຕິບັດແຜນວຽກອາຊຽນເພື່ອການຟື້ນຟູຮອບດ້ານ, ການຈັດຊື້ຢາວັກຊິນສໍາລັບປະຊາຊົນອາຊຽນ ໂດຍນໍາໃຊ້ກອງທຶນເພື່ອການຮັບມື
ໂຄວິດ-19 ຂອງອາຊຽນ, ການຄັດເລືອກປະເທດເຈົ້າພາບຂອງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ, ການເປີດ
ແລວເດີນທາງອາຊຽນ, ຄັງແຮອຸປະກອນການແພດສໍາລັບເຫດສຸກເສີນດ້ານສາທາ ລະນະສຸກພາກພື້ນອາຊຽນ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ພິຈາລະນາ
ຮັບຮອງເອົາບັນດາເອະສານ ເປັນຕົ້ນແມ່ນ ຮ່າງຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມ
ລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ; ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກ
ການຮ່ວມມືຫຼາຍຝ່າຍ; ແລະ ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ, ແລະ ໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາ
ສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ພິຈາລະນາຮັບຮອງ ແລະ ຮັບຊາບ.

     ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ, ຊຶ່ງ
ກອງປະຊຸມ ກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິ
ມະສິດຂອງການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ປີ 2021. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອາຊຽນກັບຄູ່ຮ່ວມມື
ພາຍນອກ ໂດຍຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນ
ໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາ
ກົນທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ຄວາມພະຍາຍາມໃນການຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ
ໃໝ່ຢູ່ໃນພາກພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/10/2021