ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມກອງພົນທີ 1


ທ່ານ ບຸນຍັງ ວໍລະຈິດ ກວດແຖວກອງກຽດຕິຍົດ

     ວັນທີ 2 ພະຈິກນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ
ແລະ ພົບປະໂອ້ລົມບັນດານາຍທະຫານກອງພົນທີ 1 ເນື່ອງໃນໂອກາດກະກຽມຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

     ກອງພົນທີ 1 ແມ່ນກຳລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ, ມີພາລະບົດບາດ, ໜ້າທີ່ປະສານສົມ ທົບກັບບັນດາກົມກອງເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບຢູ່ບັນດາເຂດໃຈກາງ ທັງຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງກໍ່ສ້າງກຳລັງ ແລະ ເພີ່ມພູນຜະລິດຜົນກໍ່ສ້າງພະລາທິການກັບທີ່.

     ໃນການພົບປະໂອ້ລົມຕໍ່ນາຍ ແລະ ພົນທະຫານກອງພົນດັ່ງກ່າວ, ສະຫາຍເລຂາທິການໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກົມກອງຍາດ
ມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດານາຍທະຫານຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ເຂົ້າໃນການ
ເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງກຳລັງ, ແກ້ໄຂຊີວິດການເປັນຢູ່, ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ເຮັດ
ໃຫ້ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນເປັນກ້າວໆ.

   ທ່ານ ບຸນຍັງ ວໍລະຈິດ ຍັງຮຽກຮ້ອງໃຫ້ບັນດານາຍ ແລະ ພົນທະຫານໃນກອງພົນທີ 1 ພ້ອມກັນແຂ່ງຂັນສ້າງຂະບວນການດ້ານຕ່າງໆໃຫ້ຟົດຟື້ນແຂງແຮງ ແລະ ຕໍ່
ເນື່ອງເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ທີ່ຈະມາເຖິງ.